ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ

ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ - 325415907 498059149108635 1657125941209575793 n - ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ
ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ - kitchen vibe - ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ

ໂດຍ: ທິດກໍ່າ

ນັບວ່າເປັນຄັ້ງປະຫວັດສາດຂອງຊາດລາວ ກໍຄືໃນວົງການແມ່ຍິງລາວ, ແວດວົງນາງງາມຂອງແມ່ຍິງລາວທີ່ໄດ້ໄປສ້າງບົດບາດ, ຊື່ສຽງຂອງປະເທດຊາດກ້າວສູ່ຈັກກະວານ ໂດຍນາງ ປາເຢັງຊາ ລໍ່ ທີ່ມີອາຍຸພຽງ 21 ປີ ໄດ້ມີໂອກາດໄປຮ່ວມແຂ່ງຂັນນາງງາມຈັກກະວານຢູ່ປະເທດສະຫະລັດອາເມລິກາ ສາມາດເຂົ້າຮອບ 16 ຄົນໃນຈໍານວນ 80 ກວ່າຄົນ ແລະ ມີ 80 ກວ່າປະເທດທີ່ໄດ້ເຂົ້າຮ່ວມໃນຄັ້ງນີ້.

ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ - Visit Laos Visit SALANA BOUTIQUE HOTEL - ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ
ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ - Visit Laos Visit SALANA BOUTIQUE HOTEL - ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ

ປາເຢັງຊາລໍ່ ເປັນຄົນເຊື້ອຊາດລາວ, ຊົນເຜົ່າມົ້ງ ທີ່ມີຖິ່ນກໍາເນີດຢູ່ແຂວງຊຽງຂວາງ ສປປ ລາວ, ເປັນນັກສຶກສາວິທະຍາໄລ ລາວ-ອາເມລິກາ ແລະ ແຖມຍັງເປັນຄູສອນພາສາອັງກິດ ພຽບພ້ອມຄວາມຮູ້ຄວາມສາມາດທີ່ຜ່ານການສຶກສາຮໍ່າຮຽນ ທັງຝຶກຝົນຫລໍ່ຫລອມຕົນເອງໃນຂະບວນການວິວັດຄວາມກ້າວໜ້າຂອງສັງຄົມຈົນສາມາດກ້າວສູ່ນາງງາມຈັກກະວານສົມດັ່ງຄວາມຕັ້ງໃຈຫວັງ ແລະ ຄວາມມຸ້ງມາດປາດຖະໜາຂອງຕົນເອງ.

ເວົ້າເຖິງການໄປຮ່ວມແຂ່ງຂັນນາງງາມຈັກກະວານຂອງປະເທດເຮົາກໍມີຫລາຍຄັ້ງ ແລະ ຫລາຍລາຍການ ແຕ່ບໍ່ທັນເຄີຍເຂົ້າຮອບເລິກໆຄືແບບນີ້ຈັກເທື່ອ, ສ່ວນຫລາຍກໍພໍໄດ້ແຕ່ຮອບເປີດສາກແລ້ວກໍຍົກມືບ່າຍບ່າຍອໍາເລເວທີດ້ວຍຄວາມຜິດຫວັງ, ແຕ່ຄັ້ງນີ້ກໍຖືວ່າເປັນຄັ້ງປະຫວັດສາດທີ່ນາງ ປາເຢັງຊາລໍ່ ກໍຄືຄົນລາວແມ່ຍິງລາວເຮົາສາມາເຮັດໄດ້.

ຂໍຊົມເຊີຍຜູ້ຢູ່ເບື້ອງຫລັງ ຕະຫລອດຄະນະຮັບຜິດຊອບທີ່ໄດ້ຄຸກຄີ, ມີຄວາມຕັ້ງໜ້າຜ່ານຜ່າອຸປະສັກຫຍຸ້ງຍາກ, ນໍ້າໃຈເສຍສະຫລະເຫື່ອແຮງ ຕະຫລອດຮອດວັດຖຸເງິນຄໍາ ນັບແຕ່ຂັ້ນເລີ່ມຕົ້ນຈົນໄປຮອດນາງນາງປະຈຳປີຂອງລາວເຮົາຈົນກ້າວສູ່ນາງງາມຈັກກະວານໃນຄັ້ງປະຫວັດສາດ.

ຈາກຜົນງານທີ່ນາງ ປາເຢັງຊາລໍ່ ເຮັດໄດ້ສົມກຽດ ແລະ ຢ່າງງົດງາມນີ້ ເປັນການຊີ້ໃຫ້ເຫັນວ່າຄົນລາວ, ແມ່ຍິງລາວກໍສາມາດເຮັດໄດ້ ເຖິງວ່າປະເທດລາວເປັນປະເທດນ້ອຍ ພົນລະເມືອງໜ້ອຍ ຊໍ້າບໍ່ໜໍາຍັງເປັນປະເທດທຸກຍາກ ແລະ ຍັງດ້ອຍພັດທະນາ, ການທີ່ໄປສ້າງຜົນງານ, ບົດບາດ, ຊື່ສຽງໃນເວທີສາກົນມັນເປັນການປະກອບສ່ວນອັນໃຫຍ່ຫລວງໃນພາລະກິດສ້າງສາພັດທະນາປະເທດຊາດ.

ນອກຈາກນັ້ນ ຍັງເປັນການໂຄສະນາເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດຕໍ່ສາກົນ ເຮັດໃຫ້ນາໆອະລິຍະປະເທດໃນໂລກຮູ້ຄົນລາວ, ປະເທດລາວຫລາຍຂຶ້ນ ທັງເປັນການສົ່ງເສີມບົດບາດຂອງແມ່ຍິງລາວ, ສົ່ງເສີມການທ່ອງທ່ຽວໃນຍຸກປັດຈຸບັນ ແລະ ອະນາຄົດ. ນາງ ປາເຢັງຊາລໍ່ ແລະ ຄະນະຮັບຜິດຊອບສົມຄວນໄດ້ຮັບການຍ້ອງຍໍຢ່າງເໝາະສົມ ແລະ ສົມກຽດຈາກພັກ ແລະ ລັດຖະບານລາວ.

ຊາວຊຽງຂວາງຫາກໍສໍາເລັດການຈັດງານມະຫະກໍາກິລາແຫ່ງຊາດຄັ້ງທີ XI ແລະ ສາມາດຍາດໄດ້ຫລຽນຄໍາ, ຫລຽນເງິນ, ຫລຽນທອງແດງເປັນອັນດັບໜຶ່ງຂອງປະເທດ ສົມກັບເປັນແຂວງວິລະຊົນ, ສາວຊຽງຂວາງທັງງາມທັງເກັ່ງ.

ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ - 3 - ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ
ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ - 5 - ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ
ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ - 4 - ປາເຢັງຊາລໍ່ ຜູ້ພິຊິດບົດບາດຊື່ສຽງ ສປປ ລາວ ກ້າວສູ່ເວທີຈັກກະວານ