ທ່ານ ນາງ ຈາຊິນດາ ອາຣ໌ເດິນ ນາຍົກລັດຖະມົນຕີນິວຊີແລນ ປະກາດລາອອກຈາກຕຳແໜ່ງ 7 ກຸມພານີ້

ວັນທີ 19 ມັງກອນ 2023, ທ່ານ ນາງ ຈາຊິນດາ ອາຣ໌ເດິນ ນາຍົກລັດຖະມົນຕີນິວຊີແລນ ຕັດສິນໃຈປະກາດລາອອກຈາກຕຳແໜ່ງຜູ້ນຳປະເທດ ໂດຍນາງຈະລາອອກຈາກຕຳແໜ່ງຢ່າງເປັນທາງການໃນວັນທີ 7 ກຸມພານີ້. ຂະນະທີ່ພັກແຮງງານນິວຊີແລນກຽມລົງມະຕິຫາຜູ້ນຳພັກຄົນໃໝ່ທີ່ຈະມາຮັບໜ້າທີ່ຕໍ່ຈາກນາງໃນມໍ່ໆນີ້.
ການຕັດສິນໃຈດັ່ງກ່າວມີຂຶ້ນ ຫລັງຈາກນາງຄິດທົບທວນ ແລະ ສໍາຫລວດກວດສອບຄວາມສາມາດຂອງຕົນເອງເຖິງພາລະກິດໃນການບໍລິຫານປະເທດໃນອະນາຄົດ, ນາງເບິ່ງວ່າເກືອບ 6 ປີຜ່ານມາທີ່ເປັນໄລຍະເວລາທີ່ທ້າທາຍຂອງນິວຊີແລນ ພາຍໃຕ້ການບໍລິຫານຂອງນາງ, ນາງຄິດວ່າບໍ່ອາດຈະມີສິ່ງໃດທີ່ນາງຈະເຮັດໄດ້ອີກແລ້ວ ເຖິງເວລາທີ່ນາງຕ້ອງອອກຈາກຕຳແໜ່ງນີ້.
ນາງ ອາຣ໌ເດິນ ລະບຸວ່າ: “ຂ້າພະເຈົ້າຕັດສິນໃຈຈະໃຫ້ໂອກາດຕົນເອງໃນການຄິດທົບທວນວ່າ ຂ້າພະເຈົ້າຍັງມີສິ່ງທີ່ຈຳເປັນຕ້ອງເຮັດອີກ ຫລື ບໍ່, ຂ້າພະເຈົ້າອາດຈະຍິ່ງສ້າງຄວາມເສຍຫາຍໃຫ້ນິວຊີແລນ ຖ້າຂ້າພະເຈົ້າຍັງບໍລິຫານປະເທດຕໍ່ໄປ”.
ນາງ ອາຣ໌ເດິນ ກ່າວອີກວ່າ: “ຂ້າພະເຈົ້າຮູ້ດີວ່າວຽກນີ້ຈະຕ້ອງໃຊ້ຫຍັງແດ່ ແຕ່ນາງບໍ່ມີພະລັງ ແລະ ເຫື່ອແຮງພຽງພໍຈະລົງສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີອີກສະໄໝໜຶ່ງແລ້ວ ໂດຍນາງປະກາດວ່າ: ນິວຊີແລນຈະກຽມຈັດການເລືອກຕັ້ງຄັ້ງໃໝ່ໃນວັນທີ 14 ຕຸລາປີນີ້ ເຊິ່ງນາງຈະບໍ່ລົງຊີງໄຊໃນການເລືອກຕັ້ງຄັ້ງນີ້, ແຕ່ຍັງເຊື່ອໝັ້ນວ່າ: ພັກແຮງງານຈະຍັງໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະ ໄດ້ຮັບສິດໃນການກ້າວຂຶ້ນມາບໍລິຫານປະເທດຕໍ່ໄປ”.
ອ້າງອີງ:
https://www.smh.com.au/…/jacinda-ardern-to-resign…