ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ

ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ - 38daaf19 fee5 4a8e b99f ef037561e683 - ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ
ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ - kitchen vibe - ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ

ວັນທີ່ 18 ມັງກອນ 2023 ນີ້ ກົມຕຳຫລວດໄຊເບີ ຂອງໄທ ອອກມາເຕືອນ ວ່າ: ປັດຈຸບັນພົບວ່າມີການໂຫລດແອັບບາງແອັບມາໃຊ້ໃນມືຖືແລ້ວຖືກແຮັກຂໍ້ມູນ ແລະ ທຸລະກຳທາງການເງິນໄດ້ຮັບຄວາມເສຍຫາຍ ເຊິ່ງເບື້ອງຕົ້ນພົບວ່າມີ 2 ຄື ແອັບ Sweet meet ແລະ ແອັບ KaKaoTalk ເຊິ່ງເປັນແອັບຫາຄູ່ ແລະ ການເບິ່ງພາບ 18+ ໃນມືຖື, ຖ້າຫລົງດາວໂຫລດແອັບດັ່ງກ່າວເຂົ້າໄປມືຖື ຈະຖືກແຮັກຂໍ້ມູນ ແລະ ດູດເງິນອອກຈາກບັນຊີໂດຍບໍ່ຮູ້ໂຕ ປັດຈຸບັນມີຄົນເສຍຫາຍແລ້ວຈາກສອງແອັບນີ້ຢ່າງໜ້ອຍມີ 2 ຄົນ ຢູ່ປະເທດໄທ ເງິນຫາຍຈາກບັນຈຳນວນແສນກວ່າບາດ.

ດັ່ງນັ້ນ, ກ່ອນກົດເຂົ້າລິ້ງຕ່າງໆຄວນສຶກສາກ່ອນເມື່ອໄດ້ຮັບລິ້ງຄົນສົ່ງຫາວ່າ ເປັນລິ້ງກ່ຽວກັບຫຍັງ, ມີຄວາມປອດໄພ ຫລືບໍ່? ຫລື ບໍ່ຄວນກົດເຂົ້າລິ້ງເລີຍຍິ່ງເປັນການດີ. ລິ້ງທີ່ມິດສາຊີບມັກສົ່ງມາຕົວະໃຫ້ດາວໂຫລດສ່ວນຫລາຍຈະເປັນລິ້ງພາບລາມົກ ຫລື ລິ້ງທີ່ມີລັກສະນະຊວນເຊື່ອ ປະມານວ່າ “ໂຫລດແລ້ວຈະໄດ້ຮັບລາງວັນ” ຕ່າງໆນານາ ແລະ ຮູບແບບອື່ນໆທີ່ກະຕູ້ນຄວາມໂລລບໃຫ້ຫລົງເຊື່ອ.

ຂໍ້ແນະນຳ: ຖ້າທ່ານຕ້ອງການຈະດາວໂຫລດແອັບຕ່າງໆສຳລັບ Android ແລະ IOS ຄວນໂຫລດຜ່ານ, App Store, Play Store ຫລື ໂຫລດຜ່ານທາງ Google Play ເທົ່ານັ້ນ ເພື່ອຄວາມປອດໄພ.

ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ - 5ba1bf38 5e99 4c4f 9b71 70b5cca92431 - ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ

ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ - 3 - ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ
ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ - 4 - ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ
ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ - 5 - ເຕືອນໄພ ແອັບ ອັນຕະລາຍ ມີຜູ້ໄດ້ຮັບຄວາມເສຍຫາຍແລ້ວຢູ່ປະເທດໄທ