ອົງກອນການທ່ອງທ່ຽວໂລກລາຍງານ ສະຖິຕິນັກທ່ອງທ່ຽວຕ່າງປະເທດ ເພີ່ມ 2 ເທົ່າໃນປີຜ່ານມາ
ອົງກອນການທ່ອງທ່ຽວໂລກ (UNWTO) ເຊິ່ງເປັນອົງກອນພິເສດດ້ານການທ່ອງທ່ຽວຂອງສະຫະປະຊາຊາດ (UN) ແລະ ມີສໍານັກງານໃຫຍ່ຢູ່ນະຄອນຫລວງມາດຣິດ ກ່າວວ່າ: ຈໍານວນນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 2 ເທົ່າໃນປີ 2022 ແລະ ອາດຈະເກືອບເຖິງລະດັບດຽວກັນກັບໄລຍະກ່ອນການລະບາດໃຫຍ່ໃນປີນີ້ ເນື່ອງຈາກການຍົກເລີກຂໍ້ຈໍາກັດການເດີນທາງ ໂດຍສະເພາະໃນຈີນ.
ວັນທີ 18 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: UNWTO ລະບຸໃນລາຍງານວ່າ: ນັກທ່ອງທ່ຽວທົ່ວໂລກໃນປີຜ່ານມາ ມີປະມານ 917 ລ້ານຄົນ ເຊິ່ງເພີ່ມຂຶ້ນຈາກ 455 ລ້ານຄົນໃນປີ 2021 ຖືເປັນ “ຜົນທີ່ດີເກີດກວ່າການຄາດຄະເນໄວ້”.
ຂະນະທີ່ຈໍານວນນັກທ່ອງທ່ຽວຕ່າງປະເທດໃນປີຜ່ານມາ ມີອັດຕາພຽງ 63% ຂອງລະດັບໃນປີ 2019 ກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19. UNWTO ຄາດຄະເນວ່າ: ຕົວເລກດັ່ງກ່າວອາດເພີ່ມເປັນ 80-95% ໃນປີ 2023 ໄດ້.
ນອກຈາກນີ້, ລາຍງານຍັງລະບຸເພີ່ມອີກວ່າ: ການທ່ອງທ່ຽວລະຫວ່າງປະເທດອາດຈະຟື້ນຕົວໃນປີນີ້ ເພາະໄດ້ຮັບແຮງໜຸນຈາກຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງວ່ອງໄວ ໂດຍສະເພາະຈາກພາກພື້ນອາຊີ ແລະ ປາຊີຟິກ ເມື່ອຈຸດໝາຍປາຍທາງ ແລະ ຕະຫລາດເປີດກວ້າງອີກ ເຊິ່ງໃນຂະນະດຽວກັນອຸປະສົງທີ່ມີກໍາລັງຫລາຍຈາກອາເມລິກາທີ່ໄດ້ຮັບແຮງໜຸນຈາກເງິນໂດລາແຂງຄ່າ ຈະຍັງສົ່ງຜົນດີຕໍ່ຈຸດໝາຍປາຍທາງຕ່າງໆໃນພາກພື້ນນີ້ ແລະ ບ່ອນອື່ນໆ ໂດຍສະເພາະເອີຣົບ ທີ່ຈະໄດ້ຮັບຜົນປະໂຫຍດເຊັ່ນກັນ.
ເຖິງຢ່າງໃດກໍຕາມ, UNWTO ກ່າວເຕືອນວ່າ: ສະພາບເງິນເຟີ້ ແລະ ອັດຕາດອກເບ້ຍເພີ່ມສູງ, ການຢ້ານຕໍ່ສະພາບເສດຖະກິດຫລຸດຖອຍທົ່ວໂລກ ແລະ ຄວາມບໍ່ແນ່ນອນຈາກສົງຄາມໃນອູແກຣນ ອາດຂັດຂວາງການຟື້ນຕົວຂອງພາກສ່ວນການທ່ອງທ່ຽວໃນປີ 2023 ໄດ້.