ກະແທກຕີນດ້ວຍການຍົກຕີນທັງສອງເບື້ອງຂຶ້ນ ແລະ ຄ່ອຍໆກະແທກຕີນລົງພື້ນ ຈະຊ່ວຍເພີ່ມຄວາມໜາແໜ້ນຂອງກະດູກໄດ້


ຮູ້ ຫລື ບໍ່? ວ່າການກະແທກຕີນດ້ວຍການຍົກຕີນທັງສອງເບື້ອງຂຶ້ນ ແລະ ຄ່ອຍໆກະແທກຕີນລົງພື້ນ ຈະຊ່ວຍເພີ່ມຄວາມໜາແໜ້ນຂອງກະດູກໄດ້ ລອງເຝິກເຮັດໃນທຸກເຊົ້າ ເພື່ອກະດູກທີ່ແຂງແຮງ
ບໍ່ແນ່ໃຈວ່າປັດຈຸບັນນີ້ຈະມີຄົນທີ່ໃຫ້ຄວາມສໍາຄັນໃນການບໍາລຸງຮັກສາກະດູກຂອງເຮົາໃຫ້ແຂງແຮງ ຫລື ບໍ່?
.
ແຕ່ຮູ້ບໍ່ວ່າ: ໃນຜູ້ໃຫຍ່ການປ່ຽນແປງກະດູກເກົ່າໃຫ້ເປັນກະດູກໃໝ່ຈະໃຊ້ເວລາປະມານ 3 ປີ, ຖ້່າເຮົາໃສ່ໃຈໃນການເພີ່ມມວນກະດູກ ແລະ ເສີມສ້າງກະດູກໃຫ້ແຂງແຮງຢູ່ຕະຫລອດເວລາ ເຖິງແມ່ນວ່າຫລາຍຄົນອາດຈະຮູ້ດີວ່ານົມງົວເປັນເຄື່ອງດື່ມທີ່ຊ່ວຍປ້ອງກັນພະຍາດກະດູກຜ່ອຍໄດ້ ແຕ່ກໍມີທິດສະດີທີ່ສຶກສາພົບວ່າ ຖ້າດື່ມນົມງົວຫລາຍເກີນໄປ ອາດສົ່ງຜົນໃຫ້ເກີດອາການຂອງພະຍາດກະດູກຜ່ອຍໄລຍະທໍາອິດໄດ້ເຊັ່ນກັນ, ເຊິ່ງນົມງົວ 1 ລິດ ຈະມີແຄວຊຽມປະມານ 1,200 ມິລິກຣາມ ແຕ່ຈະບໍ່ມີແມັກນີຊຽມທີ່ເຮັດໜ້າທີ່ສັບປ່ຽນແຄວຊຽມໃນຮ່າງກາຍ, ຖ້າຮ່າງກາຍດູດຊຶມແຄວຊຽມໃນປະລິມານທີ່ຫລາຍຈາກນົມງົວ, ມີໂອກາດທີ່ເຮັດໃຫ້ຄວາມສົມດູນຂອງທາດໃນຮ່າງກາຍເສື່ອມລົງນັ້ນເອງ, ແຕ່ເຖິງແມ່ນວ່າຈະຍັງບໍ່ມີຜົນການພິສູດຈາກວິທະຍາສາດມາຮອງຮັບຢ່າງຈິງຈັງ ແຕ່ການປ້ອງກັນໄວ້ກ່ອນດ້ວຍການດື່ມນົມງົວໃນປະລິມານທີ່ພໍດີ ກໍຈະດີຕໍ່ສຸຂະພາບຫລາຍກວ່າ, ແຕ່ບໍ່ຕ້ອງກັງວົນ ເພາະທ່ານໝໍຂອງປະເທດຍີ່ປຸ່ນໄດ້ແນະນໍາວິທີເພີ່ມຄວາມໜາແໜ້ນໃຫ້ກະດູກໄວ້ດັ່ງນີ້: