ຫລັກການເບິ່ງແຍງດູແລລູກບໍ່ໃຫ້ຫັນໜ້າເຂົ້າຫາຢາເສບຕິດ

- 030109 2017 - ຫລັກການເບິ່ງແຍງດູແລລູກບໍ່ໃຫ້ຫັນໜ້າເຂົ້າຫາຢາເສບຕິດ
- kitchen vibe - ຫລັກການເບິ່ງແຍງດູແລລູກບໍ່ໃຫ້ຫັນໜ້າເຂົ້າຫາຢາເສບຕິດ

ສາເຫດສຳຄັນຂອງການຫັນໜ້າເຂົ້າຫາຢາເສບຕິດຂອງໄວໜຸ່ມນັ້ນ ແບ່ງອອກໄດ້ເປັນ 2 ປະການໃຫຍ່ໆກໍຄື : ເດັກນ້ອຍມັກຈະມີພຶດຕິກຳມັກເອົາແບບຢ່າງໝູ່, ຢາກໄດ້ຮັບການຍອມຮັບຈາກໝູ່ ແລະ ຄວາມຢາກຮູ້ຢາກລອງຄືກັນທຸກຄົນ ເຊິ່ງເປັນເລື່ອງປົກກະຕິຂອງໄວໜຸ່ມທຸກຍຸກສະໄໝ, ສິ່ງໃດທີ່ໝູ່ເຮັດແລ້ວຕົນເອງກໍຢາກລອງເຮັດນຳ ຖ້າບໍ່ດັ່ງນັ້ນອາດຈະເຮັດໃຫ້ໝູ່ບໍ່ຍອມຮັບເຂົ້າກຸ່ມ ຈົນເຮັດທຸກສິ່ງທຸກຢ່າງນຳກັນເປັນກະແສໄປໝົດ ເຖິງວ່າໃນປະຈຸບັນນີ້ເດັກນ້ອຍຈະຮູ້ດີວ່າຢາເສບຕິດນັ້ນເປັນເລື່ອງທີ່ອັນຕະລາຍ ແຕ່ກໍເຫັນເປັນເລື່ອງທຳມະດາ ບໍ່ແມ່ນເລື່ອງແປກ ແລະ ກໍຍັງຢາກຈະລອງເຮັດນຳໝູ່ ຈົນເຮັດໃຫ້ຊີວິດຕ້ອງຜິດພາດກາຍເປັນເຫຍື່ອຂອງຢາເສບຕິດໄປຢ່າງໜ້າເສຍດາຍ.

ສ່ວນບັນຫາອີກປະການໜຶ່ງຂອງການຕິດຢາເສບຕິດໃນໄວໜຸ່ມກໍຄື : ການຕໍ່ຕ້ານຜູ້ໃຫຍ່ ເຊິ່ງກໍເປັນໄປຕາມໄວ ເມື່ອເຂົາໃຫຍ່ ຂຶ້ນເຂົ້າສູ່ໄວໜຸ່ມຈະເປັນໄວທີ່ເຂົາເລີ່ມຢາກປະຕິວັດ, ບໍ່ຢາກເຊື່ອຟັງສິ່ງທີ່ຜູ້ປົກຄອງເວົ້າ ຫລື ສອນ ຈົນບາງເທື່ອອາດສະແດງຄວາມແຂງກະດ້າງອອກມາ ຫາກຜູ້ປົກຄອງ ຫລື ອາຈານບໍ່ເຂົ້າໃຈ ແລ້ວຕອບໂຕ້ຄືນໂດຍປະຕິກິລິຍາທີ່ຮຸນແຮງກັບເດັກນ້ອຍ ຫລື ເຂົ້າໄປຈັດການກັບຊີວິດຂອງເຂົາ ເດັກນ້ອຍກໍຈະຍິ່ງຕໍ່ຕ້ານຫລາຍຂຶ້ນ ມາຮອດນີ້ທຸກຢ່າງທີ່ເຮົາບອກວ່າບໍ່ດີ ເຂົາຈະເຮັດກົງກັນຂ້າມໝົດ ສິ່ງໃດທີ່ຫ້າມ ເຂົາກໍຈະເຮັດຄືກັບເດັກນ້ອຍປະຊົດໄປເລີຍ, ແຕ່ຍ້ອນຄວາມທີ່ເຂົາຍັງອ່ອນປະສົບການ ຈຶ່ງຍັງບໍ່ຮູ້ວ່າການປະຊົດດ້ວຍການຫັນໜ້າເຂົ້າຫາຢາເສບຕິດນັ້ນ ເປັນສິ່ງທີ່ອັນຕະລາຍຫລາຍກ່ວາທີ່ຄິດໄວ້ຫລາຍ.

- Visit Laos Visit SALANA BOUTIQUE HOTEL - ຫລັກການເບິ່ງແຍງດູແລລູກບໍ່ໃຫ້ຫັນໜ້າເຂົ້າຫາຢາເສບຕິດ

ແລ້ວເຮົາຄວນເຮັດແນວໃດແດ່ເພື່ອບໍ່ໃຫ້ເດັດນ້ອຍຫັນໜ້າເຂົ້າຫາຢາເສບຕິດ ສິ່ງສຳຄັນທີ່ສຸດຂອງຄອບຄົວກໍຄືຕ້ອງຫັນໜ້າມາລົມກັນ, ໃຫ້ຄວາມຮັກຄວາມເອົາໃຈໃສ່, ຄວາມຜູກພັນ ເຮັດໃຫ້ເດັກນ້ອຍໄດ້ເຂົ້າໃຈເຖິງອັນຕະລາຍຂອງຢາເສບຕິດ ແລະ ບັນຫາທີ່ຈະເກີດຂຶ້ນຫລັງຈາກນັ້ນ ເຮັດໃຫ້ເຂົາຢູ່ກັບເຮົາດ້ວຍຄວາມຮັກຄວາມເອົາໃຈໃສ່ຂອງຄອບຄົວ ຈະຊ່ວຍໃຫ້ເຂົາບໍ່ຢາກຫັນໜ້າເຂົ້າໄປທົດລອງຢາເສບຕິດເລີຍ.

ອີກເລື່ອງໜຶ່ງກໍຄື : ຕ້ອງຮູ້ຈັກສິລະປະຂອງການໂອ້ລົມກັບເດັກນ້ອຍໄວໜຸ່ມ ເພາະໄວໜຸ່ມທຸກສະໄໝບໍ່ມັກໃຫ້ຜູ້ໃຫຍ່ເຂົ້າໄປຫຍຸ້ງກັບຊີວິດຂອງເຂົາທຸກຄົນ. ດັ່ງນັ້ນ ການໄຖ່ຖາມຈຶ່ງຕ້ອງເປັນຂັ້ນໄປ ເລີ່ມຈາກເລື່ອງທົ່ວໄປກ່ອນ ແລ້ວໃຫ້ເຂົາໄດ້ປຶກສາຫາລືເຮົາແດ່, ພໍ່ແມ່ຄວນຫາເວລາຮັບຟັງສິ່ງທີ່ລູກຢາກເວົ້າແດ່, ຄວາມຮູ້ສຶກຕໍ່ຕ້ານຂອງເຂົາກໍຈະຫລຸດລົງ ຈົນເມື່ອເຂົາໄວ້ວາງໃຈຫລາຍຂຶ້ນ ເຂົາກໍຈະລົມກັບເຮົາຢ່າງກົງໄປກົງມາ ເຂົາຄິດແນວໃດ ເຂົາຮູ້ສຶກແນວໃດກັບເລື່ອງໃດແດ່ ເຊິ່ງຜູ້ປົກຄອງ ລອງໄຖ່ຖາມເຂົາເບິ່ງວ່າເຂົາໄດ້ເຂົ້າໄປໃກ້ຊິດກັບຢາເສບຕິດແດ່ບໍ່ ແລ້ວປ້ອງກັນໂຕເອງໄດ້ແນວໃດແດ່ ເຊິ່ງການສອບຖາມແບບນີ້ຈະເຮັດໃຫ້ເຮົາຮູ້ຄວາມຄິດຂອງເຂົາ, ຮູ້ວ່າເຂົາປົກປ້ອງໂຕເອງແນວໃດ, ໜ້າທີ່ຂອງເຮົາກໍມີໜ້າທີ່ສະໜັບສະໜູນເຂົາໃຫ້ເຮັດສິ່ງທີ່ດີ, ຍ້ອງຍໍຊົມເຊີຍເຂົາເມື່ອປະສົບຄວາມສຳເລັດ ລວມທັງສະເໜີຂໍ້ມູນໃໝ່ທີ່ເຮົາຮູ້ມາໃຫ້ເຂົາຮູ້ ເຂົາຈະໄດ້ລະມັດລະວັງໂຕຫລາຍຂຶ້ນ ເຊິ່ງເທົ່ານີ້ກໍໜ້າຈະພຽງພໍແລ້ວ.

ແລະ ສິ່ງສຳຄັນບໍ່ໜ້ອຍເລີຍກໍຄືຕ້ອງສັງເກດພຶດຕິກຳຂອງເຂົາວ່າເລີ່ມມີບັນຫາແລ້ວຫລືຍັງ ແລ້ວຟ້າວເຂົ້າແກ້ໄຂບັນຫານັ້ນກ່ອນ ດີກ່ວາປ່ອຍໃຫ້ເຂົາໄປເສບຕິດຢາດົນຈົນແກ້ໄຂໄດ້ຍາກ. ການສັງເກດພຶດຕິກຳນັ້ນໃຫ້ລອງເບິ່ງວ່າເຂົາມີອາລົມທີ່ໝຸດໝັດ ຫລື ມີພຶດຕິກຳຮຸນແຮງຫລືບໍ່. ໃນຂະນະທີ່ບາງຄົນກໍຈະເກັບໂຕ ຫລື ມີຄວາມເປັນສ່ວນໂຕຫລາຍຂຶ້ນ, ມັກເຮັດຫຍັງຫລົບໆລີ້ໆ, ລອງຈັບສັງເກດເບິ່ງວ່າລູກເລີ່ມຕົວະຫລືຍັງ ລວມທັງເລື່ອງການຮຽນນຳວ່າມີຜົນການຮຽນເປັນແນວໃດ, ມີບັນຫາໃນຫ້ອງຮຽນຫລືບໍ່ ລວມທັງໝູ່ທີ່ເຂົາສະໜິດກໍເປັນສ່ວນສຳຄັນຄືກັນ ຫາກພໍ່ແມ່ຍອມໃຫ້ລູກພາໝູ່ມາເຮັດກິດຈະກຳ, ມາຫລິ້ນ, ມາອ່ານໜັງສືກັນຢູ່ເຮືອນ ກໍເທົ່າກັບເຮັດໃຫ້ລູກໄດ້ຢູ່ໃນສາຍຕາເກືອບຕະຫລອດເວລາ ເຊິ່ງຖືວ່າເປັນວິທີທີ່ດີຫລາຍ ລວມໄປເຖິງການຍອມຮັບຄວາມຄິດເຫັນທີ່ເປີດເຜີຍຂອງລູກໃນເລື່ອງຕ່າງໆນຳ. ການລະວັງ ແລະ ປ້ອງກັນລູກຈາກຢາເສບຕິດນີ້ ຫາກປະຕິບັດໄດ້ລູກ ຂອງທ່ານກໍຈະບໍ່ຫລົງໄປທົດລອງຢາເສບຕິດໃຫ້ເສຍອະນາຄົດຢ່າງແນ່ນອນ.

- 4 - ຫລັກການເບິ່ງແຍງດູແລລູກບໍ່ໃຫ້ຫັນໜ້າເຂົ້າຫາຢາເສບຕິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!