ແມນຊິຕີ ຄອງແຊ໊ມທີມສ້າງລາຍຮັບສູງສຸດ 2 ປີຊ້ອນ ລີເວີພູລ ອັນດັບ 3

ແມນເຊສເຕີ ຊິຕີ ຄວ້າແຊ໊ມສະໂມສອນທີ່ສ້າງລາຍໄດ້ຫລາຍທີ່ສຸດໃນລະດູການ 2021-2022 ພ້ອມເປັນການຄອງແຊ໊ມ 2 ປີຕິດຕໍ່ກັນ ສ່ວນ ລີເວີພູລ ທະຍານຂຶ້ນມາຄວ້າອັນດັບ 3.
ໂດຍ ເດິລອຍ ຟຸດບອລ ມັນນີ ລີກ ໄດ້ເປີດເຜີຍໄດ້ຊື່ 20 ສະໂມສອນທີ່ສ້າງລາຍໄດ້ຫລາຍທີ່ສຸດລະດູການ 2021-2022 ເຊິ່ງເປັນປີທີ່ແຟນບານກັບເຂົ້າສະ ໜາມຕາມປົກກະຕິ ຫລັງການຜ່ອນຄາຍຂໍ້ຈຳກັດມາດຕະການໂຄວິດ-19.
ເຊິ່ງຜົນປາກົດວ່າ ແມນເຊສເຕີ ຊິຕີ ທີມເວທີພຣີເມຍລີກ ອັງກິດ ຄວ້າແຊ໊ມໄປຄອງຫລັງສ້າງລາຍໄດ້ລວມ 731 ລ້ານຢູໂຣ ພ້ອມເປັນການຄອງແຊ໊ມ ດັ່ງກ່າວ 2 ປີຊ້ອນນຳອີກ.
ຕາມມາດ້ວຍອັນດັບ 2 ຄື ຣຽວ ມາດຣິດ ຈາກ ລາ ລີກາ ດ້ວຍລາຍໄດ້ລວມ 713,8 ລ້ານຢູໂຣ ແລະ ລີເວີພູລ ຈາກພຣີເມຍລີກ ອັງກິດ ທີ່ຂຶ້ນມາຄວ້າອັນດັບ 3 ດ້ວຍລາຍໄດ້ລວມ 701,7 ລ້ານຢູໂຣ ຫລັງປີຜ່ານມາພວກເຂົາຢູ່ໃນອັນດັບ 7.
ຂະນະທີ່ ອັນດັບ 4 ແລະ 5 ຕົກເປັນຂອງ ແມນເຊສເຕີ ຢູໄນເຕັດ ຈາກພຣີເມຍລີກ ອັງກິດ ດ້ວຍລາຍໄດ້ລວມ 688,6 ລ້ານຢູໂຣ ແລະ ປາຣີສ ແຊັງ ແຊັກແມັງ ຈາກລີກເອິງ ຝຣັ່ງ ດ້ວຍລາຍໄດ້ລວມ 654,2 ລ້ານຢູໂຣ.
ສຳລັບທີມຈາກພຣີເມຍລີກຢູ່ໃນອັນດັບ 20 ຂອງການຈັດອັນດັບດັ່ງກ່າວຫລາຍເຖິງ 11 ສະໂມສອນ.