ປກສ ນະຄອນຫລວງວຽງຈັນເຮັດແທ້ ທໍາລາຍໝາກກະໂພກ-ບັ້ງໄຟພຸ 651 ກິໂລກຣາມ

ວັນທີ 19 ມັງກອນ 2023, ພະແນກຕໍາຫຼວດ ປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນະຄອນຫລວງວຽງຈັນ ສົມທົບກັບ ພະແນກຕໍາຫຼວດ ສິ່ງແວດລ້ອມ, ພະແນກອຸດສະຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ທໍາລາຍໝາກກະໂພກ, ບັ້ງໄຟພຸ ມີນໍ້າໜັກ 651 ກິໂລກຣາມ ຢູ່ເຂດບ້ານຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ທ່ານ ພັທ ສົມຈິດ ຟອງສະຫວັນ ໃຫ້ຮູ້ວ່າ: ພາຍຫຼັງເຈົ້າຄອງ ນະຄອນຫລວງວຽງຈັນ ໄດ້ອອກຄໍາສັ່ງເລກທີ 01/ຈນວ ລົງວັນທີ 16 ມັງກອນ 2023, ວ່າດ້ວຍການເພີ່ມທະວີ ຈັດຕັ້ງປະຕິບັດການຫ້າມຜະລິດ, ນໍາເຂົ້າ, ສົ່ງອອກ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈູດ ຫຼື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກໃນຕົວເມືອງ, ຊານເມືອງ , ພະແນກຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ ແລະ ແກ້ໄຂ ຊາວຄ້າຂາຍຢູ່ເຂດເມືອງໄຊເສດຖາ, ເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ ພົບເຫັນໝາກກະໂພກ ແລະ ບັ້ງໄຟພຸ ຈໍານວນ 651 ກິໂລກຣາມ ຈຶ່ງໄດ້ຢຶດ ແລ້ວນໍາມາທໍາລາຍຖີ້ມ ເພື່ອເຮັດໃຫ້ໄລຍະສະເຫຼີມສະຫຼອງປີໃໝ່ຂອງຊາວຈີນ ແລະ ຊາວຫວຽດນາມ ມີຄວາມສະຫງົບ ເຮັດໃຫ້ສຽງແຕກສຽງດັງ ເນື່ອງນັນຢູ່ໃນ ນະຄອນຫລວງວຽງຈັນ ຫຼຸດໜ້ອຍຖອຍລົງ.