ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ

ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ - 20230118 office unsplash - ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ
ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ - kitchen vibe - ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ

ວັນທີ 19 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານ ສ.ເກົາຫລີ ພາຍໃຕ້ການນໍາຂອງປະທານາທິບໍດີ ຢຸນຊຸກຍອນ ຕ້ອງການຊຸກດັນກົດເຮັດວຽກລ່ວງເວລາຮູບແບບໃໝ່ ທີ່ຈະອະນຸຍາດໃຫ້ຄົນສາມາດເຮັດວຽກລ່ວງເວລາເພີ່ມເພື່ອແລກມື້ພັກໄດ້ ໂດຍຈະເພີ່ມຊົ່ວໂມງການເຮັດວຽກຂຶ້ນຈາກ 52 ຊົ່ວໂມງຕໍ່ອາທິດ ມາເປັນ 69 ຊົ່ວໂມງຕໍ່ອາທິດ (ເຮັດວຽກປົກກະຕິ 40 ຊົ່ວໂມງ + ເຮັດວຽກລ່ວງເວລາໄດ້ສູງສຸດບໍ່ເກີນ 29 ຊົ່ວໂມງຕໍ່ອາທິດ) ຫວັງກະຕຸ້ນອັດຕາການເກີດໃນປະເທດ.

ລັດຖະບານ ສ.ເກົາຫລີ ກຽມສະເໜີແຜນນີ້ໃນເດືອນກຸມພາຈະເຖິງນີ້. ພ້ອມລະບຸວ່າ: ແຜນການນີ້ຈະຊ່ວຍສ້າງການຫົດຢືດໃຫ້ຕະຫລາດແຮງງານພາຍໃນປະເທດ ໂດຍລວມແລ້ວແຮງງານຈະເຮັດວຽກໜ້ອຍລົງ, ຫວັງສ້າງແຮງຈູງໃຈ, ກະຕຸ້ນໃຫ້ພວກເຂົາສ້າງຄອບຄົວເພີ່ມຂຶ້ນ ແລະ ເພີ່ມອັດຕາການຈະເລີນພັນທີ່ຄາດວ່າຈະເຖິງລະດັບຕໍ່າ 0,7 ໃນປີ 2024.

ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ
ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ

ກະຊວງການຈ້າງວຽກ ແລະ ແຮງງານ ສ.ເກົາຫລີ ລາຍງານວ່າ: ກົດໝາຍແຮງງານປີ 2018 ທີ່ຈໍາກັດຊົ່ວໂມງການເຮັດວຽກໄວ້ 52 ຊົ່ວໂມງຕໍ່ອາທິດ (ເຮັດວຽກປົກກະຕິ 40 ຊົ່ວໂມງ + ເຮັດວຽກລ່ວງເວລາ 12 ຊົ່ວໂມງ) ອາດບໍ່ຕອບສະໜອງພາບສັງຄົມຕາມການເວລາ. ພ້ອມຍົກຕົວຢ່າງວ່າ: ຖ້າເຈົ້າເຮັດວຽກໃນໂຮງງານກະແລ້ມ ເຈົ້າຈະເຮັດວຽກລ່ວງເວລາໄດ້ພຽງບາງລະດູການເທົ່ານັ້ນ. ຂະນະທີ່ຮ່າງກົດໝາຍທີ່ປະຕິຮູບໃໝ່ຈະຊ່ວຍໃຫ້ເຈົ້າເກັບຈໍານວນຊົ່ວໂມງການເຮັດວຽກ ແລະ ມີໄລຍະມື້ພັກທີ່ຍາວນານຂຶ້ນ.

ຂໍ້ສະເໜີຂອງລັດຖະບານຈະອະນຸຍາດໃຫ້ຫົວໜ້າ ແລະ ແຮງງານຕົກລົງກັນວ່າຈະໄລ່ຊົ່ວໂມງການເຮັດວຽກແນວໃດ ໂດຍໃນໄລຍະ 1 ປີ ອະນຸຍາດໃຫ້ເຮັດວຽກລ່ວງເວລາໄດ້ບໍ່ເກີນ 440 ຊົ່ວມໂມງ ແລະ ບໍ່ເກີນ 29 ຊົ່ວໂມງຕໍ່ອາທິດ ເຊິ່ງການເຮັດວຽກລ່ວງເວລາຈະສາມາດ ແລະ ປ່ຽນເປັນມື້ພັກໄດ້ພາຍຫລັງ. ເບື້ອງຕົ້ນຍັງບໍ່ມີການປະກາດວິທີຄິດໄລ່ມື້ພັກທີ່ຈະໄດ້ຮັບເພີ່ມຂຶ້ນແຕ່ຢ່າງໃດ.

ໂດຍຮ່າງກົດໝາຍໃໝ່ນີ້ຈະຕ້ອງໄດ້ຮັບຄວາມເຫັນດີຈາກສະພາແຫ່ງຊາດ ເຊິ່ງພັກຝ່າຍຄ້ານຂອງລັດຖະບານ ຢຸນຊອກຢອນ ມີສຽງສ່ວນຫລາຍໃນຕອນນີ້ ແລະ ເລີ່ມເກີດກະແສຕໍ່ຕ້ານຮ່າງກົດໝາຍດັ່ງກ່າວ.

ອົງການເພື່ອການຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ເປີດເຜີຍວ່າ: ໃນປີ 2021 ຊາວ ສ.ເກົາຫລີ ປະມານ 18% ເຮັດວຽກຫລາຍກວ່າ 50 ຊົ່ວໂມງຕໍ່ອາທິດ ເຊິ່ງສູງເປັນອັນດັບ 5 ຮອງຈາກຕວກກີ, ແມັກຊິກ, ໂກລົມບີ ແລະ ຄອດຕາຣິກາ.

ອ້າງອີງ:

https://www.reuters.com/…/south-korean-government…

https://www.koreanlaborlaw.com/overtime-under-the-korean…/

https://money.usnews.com/…/as-south-korean-government…

ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ - 4 - ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ
ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ - 3 - ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ
ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ - 5 - ລັດຖະບານ ສ.ເກົາຫລີ ກຽມສະເໜີກົດເຮັດວຽກລ່ວງເວລາເພີ່ມແລກປ່ຽນມື້ພັກ ຫວັງເພີ່ມອັດຕາການເກີດ