ສ.ເກົາຫລີ ກຽມຍົກເລີກຄຳສັ່ງໃສ່ຜ້າປິດປາກ ທ້າຍເດືອນມັງກອນນີ້

ທ່ານ ຮັນ ດ໊ອກຊູ ນາຍົກລັດຖະມົນຕີ ສ.ເກົາຫລີ ເປີດເຜີຍໃນວັນທີ 20 ມັງກອນວ່າ: ສ.ເກົາຫລີ ກຽມຍົກເລີກຂໍ້ບັງຄັບໃສ່ຜ້າປິດປາກໃນອາຄານສາທາລະນະສ່ວນຫລາຍໃນທ້າຍເດືອນນີ້ ເຖິງວ່າຈະຍັງຈໍາເປັນຕ້ອງໃສ່ຜ້າປິດປາກໃນເວລາເດີນທາງດ້ວຍລົດໂດຍສານ ແລະ ໃນໂຮງໝໍກໍຕາມ.
ທ່ານ ຮັນ ດ໊ອກຊູ ລະບຸວ່າ: ການຍົກເລີກຂໍ້ບັງຄັບດ້ານການໃສ່ຜ້າປິດປາກນີ້ຈະມີຜົນໃນວັນທີ 30 ມັງກອນນີ້ ໂດຍຖືເປັນຂະບວນການການຫລຸດຜ່ອນຂໍ້ຈໍາກັດດ້ານໂຄວິດ-19 ຫລ້າສຸດຂອງ ສ.ເກົາຫລີ ເນື່ອງຈາກຈໍານວນຜູ້ຕິດເຊື້ອເລີ່ມສົ່ງສັນຍານຫລຸດລົງ.
ທ່ານ ຮັນ ດ໊ອກຊູ ກ່າວໃນລະຫວ່າງກອງປະຊຸມເພື່ອຮັບມືໂຄວິດ-19 ວ່າ: “ຜູ້ຕິດເຊື້ອປະຈຳວັນມີຈຳນວນຫລຸດລົງຢ່າງຕໍ່ເນື່ອງ ແລະ ເຖິງວ່າຈະມີຄວາມກັງວົນກ່ຽວກັບການແພ່ລະບາດທີ່ເກີດຂຶ້ນຢ່າງວ່ອງໄວໃນຈີນ, ແຕ່ສະຖານະການຢູ່ ສ.ເກົາຫລີ ແຫ່ງນີ້ຍັງຢູ່ພາຍໃຕ້ການຄວບຄຸມໂດຍບໍ່ມີບັນຫາໃຫຍ່ເກີດຂຶ້ນ”.
ສໍານັກຂ່າວຣອຍເຕີລາຍງານວ່າ: ສ.ເກົາຫລີ ອອກຄໍາສັ່ງກວດຫາເຊື້ອໂຄວິດ-19 ໃນຜູ້ທີ່ເດີນທາງມາຈາກຈີນ ຫລັງຈີນຍົກເລີກມາດຕະການຄວບຄຸມໂຄວິດ-19 ທີ່ເຂັ້ມງວດຢ່າງກະທັນຫັນ ເຊິ່ງລວມທັງການລັອກດາວຫລາຍພື້ນທີ່ນຳອີກ.