ຟີລິບປິນ ຫລຸດອັດຕາພາສີນຳເຂົ້າລົດໄຟຟ້າ ເພື່ອກະຕຸ້ນຕະຫລາດລົດໄຟຟ້າພາຍໃນປະເທດ

ວັນທີ 19 ມັງກອນ, ສໍານັກງານປະຊາສໍາພັນທໍານຽບປະທານາທິບໍດີຂອງທ່ານ ເຟີດິນານ ໂຣມວນເດ ມາກອດ ປະທານາທິບໍດີຟີລິບປິນ ເປີດເຜີຍວ່າ: ຟີລິບປິນຈະຫລຸດອັດຕາພາສີນໍາເຂົ້າລົດໄຟຟ້າ ແລະ ຊິ້ນສ່ວນລົດໄຟຟ້າ ເພື່ອກະຕຸ້ນຕະຫລາດລົດໄຟຟ້າພາຍໃນປະເທດ ໂດຍທ່ານ ມາກອດ ໄດ້ລົງນາມໃນຄໍາສັ່ງຝ່າຍບໍລິຫານຕາມຄໍາແນະນໍາຂອງລັດຖະບານ.
ໃນເດືອນພະຈິກ 2022 ອົງການເສດຖະກິດ ແລະ ການພັດທະນາແຫ່ງຊາດຟີລິບປິນ (NEDA) ສະເໜີໃຫ້ຫລຸດອັດຕາພາສີອາກອນຂອງປະເທດທີ່ໄດ້ຮັບອະນຸເຄາະຍິ່ງ (MFN) ລົງຊົ່ວຄາວເປັນ 0% ເປັນເວລາ 5 ປີ ສໍາລັບລົດໄຟຟ້າທີ່ຜະລິດຂຶ້ນຢ່າງສົມບູນໃນຕ່າງປະເທດ ຍົກເວັ້ນລົດປະເພດໄຮບຣິດ.
ຂະນະອັດຕາພາສີສໍາລັບຊິ້ນສ່ວນ ແລະ ສ່ວນປະກອບບາງຢ່າງຂອງລົດໄຟຟ້າຈະຖືກປັບຈາກ 5% ເປັນ 1% ໃນໄລຍະເວລາ 5 ປີ.
ສໍານັກງານປະຊາສໍາພັນທໍານຽບປະທານາທິບໍດີ ກ່າວວ່າ: ການຫລຸດອັດຕາພາສີດັ່ງກ່າວຈະສະໜັບສະໜູນການປ່ຽນຜ່ານສູ່ການພັດທະນາເຕັກໂນໂລຊີເກີດໃໝ່ ແລະ ກະຕຸ້ນໃຫ້ຜູ້ຊົມໃຊ້ພິຈາລະນາລົດໄຟຟ້າເປັນທາງເລືອກໃນການຄົມມະນາຄົມທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມເພີ່ມຂຶ້ນ.
ຂໍ້ມູນທາງການລະບຸວ່າ: ຂະແໜງການຂົນສົ່ງເປັນໜຶ່ງໃນແຫລ່ງກໍາເນີດມົນລະພິດທາງອາກາດ ແລະ ການປ່ອຍແກັສເຮືອນແກ້ວທີ່ກ່ຽວຂ້ອງຕໍ່ພະລັງງານສໍາຄັນທີ່ສຸດຂອງຟີລິບປິນ ເຊິ່ງຢູ່ລະດັບ 34%.