10 ໜ້າວຽກຈຸດສຸມຂອງລັດຖະບານ ໃນປີ 2023 ທີ່ພົວພັນກັບ 2 ວາລະແຫ່ງຊາດ

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2022 ໄດ້ໄຂຂຶ້ນຢ່າງເປັນການ ໃນຕອນເຊົ້າຂອງວັນທີ 19 ມັງກອນ 2023 ແລະ ໄດ້ອັດລົງໃນຕອນເຊົ້າ ຂອງວັນທີ 20 ມັງກອນ 2023 ເຊິ່ງໄດ້ ພ້ອມກັນປຶກສາຫາລື, ຄົ້ນຄວ້າ ແລະເປັນເອກະພາບ ຕໍ່ 5 ຫົວຂໍ້ທີ່ສຳຄັນ ໃນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ແລະ ວາງແຜນວຽກຈຸດສຸມ ໃນປີ 2023 ມີດັ່ງນີ້:
1) ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ ຢ່າງໜັກແໜ້ນ ແລະ ເຂັ້ມແຂງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພ້ອມກັນນັ້ນ ກໍເພີ່ມທະວີຄວາມເອົາໃຈໃສ່ ໃນວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງຂຶ້ນ.
2) ສືບຕໍ່ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ, ໃນນີ້ ຈະໄດ້ສຸມໃສ່ເປັນພິເສດແມ່ນ:
– ການເກັບລາຍຮັບ ໃຫ້ໄດ້ຕາມແຜນການ ຫຼື ເກີນແຜນ ເປັນປີທີ 3 ຕິດຕໍ່ກັນ ເພື່ອມີທຶນຮອນມາຮອງຮັບການແກ້ໄຂບັນຫາທີ່ເຄັ່ງຮ້ອນ, ໃນນັ້ນ ຈະໄດ້ສຸມໃສ່ຊຸກຍູ້ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງການຫັນການເກັບລາຍຮັບເປັນທັນສະໄໝ ແຂງແຮງ ທັງກວມລວມກວ້າງຂວາງໃນທຸກຂົງເຂດ;
– ສືບຕໍ່ປະຕິບັດບັນດານິຕິກຳທີ່ລັດຖະບານວາງອອກ ທີ່ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ.
– ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ພ້ອມກັນນັ້ນ ກໍຄົ້ນຄວ້າ ແລະ ຈັດສັນແຫຼ່ງທຶນ ເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບເໝົາໂຄງການ ສາມາດສືບຕໍ່ດຳເນີນທຸລະກິດໄດ້. ນອກນັ້ນ ກໍຈະໄດ້ສືບຕໍ່ສຸມໃສ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດໃຫ້ດີຂຶ້ນ, ຢຸດຕິການຈັດສັນທຶນໃສ່ໂຄງການໃໝ່ ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດ.
– ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ປະລິມານເງິນ M2 ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ຄຸ້ມຄອງໄດ້. ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ຄັງແຮສໍາຮອງເງິນຕາຕ່າງປະເທດ, ສືບຕໍ່ສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ ດ້ວຍການນໍາໃຊ້ມາດຕະການຕ່າງໆ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ໄລຍະຍາວ. ສົ່ງເສີມການນຳໃຊ້ເງິນກີບຕາມກົດໝາຍກຳນົດ ໃຫ້ມີປະສິດທິຜົນ.
3) ສືບຕໍ່ປະຕິຮູບລັດວິສາຫະກິດ ໃຫ້ມີປະສິດທິຜົນທາງດ້ານເສດຖະກິດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະ ຫົວໜ່ວຍລັດວິສາຫະກິດ ທີ່ໄດ້ກຳນົດໃນແຜນຂອງການປະຕິຮູບຂອງລັດຖະບານ.
4) ສືບຕໍ່ເລັ່ງປັບປຸງກົນໄກອຳນວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນ ໂດຍລັດຖະບານຈະກຳນົດໜ້າວຽກທີ່ຈະປັບປຸງ ແລະ ແບ່ງຄວາມຮັບຜິດຊອບໃນການປັບປຸງໃຫ້ລະອຽດ. ນອກນັ້ນ ຈະສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງຕາມແຜນທີ່ວາງໄວ້.
5) ຄົ້ນຄວ້າ ແລະ ຈັດສັນແຫຼ່ງທຶນ ເພື່ອສົ່ງເສີມໃຫ້ຜູ້ປະກອບການຜະລິດພາຍໃນ ຕິດພັນກັບການປຸງແຕ່ງກະສິກຳເປັນສິນຄ້າ ເພື່ອສົ່ງອອກທົດແທນການນຳເຂົ້າ ໂດຍມີເງື່ອນໄຂທີ່ລະອຽດ, ຮັດກຸມ ແລະ ໂປ່ງໃສ ເພື່ອໃຫ້ການປະຕິບັດນະໂຍບາຍດັ່ງກ່າວ ມີຈຸດສຸມ ແລະ ຖືກເປົ້າໝາຍ. ພ້ອມກັນນັ້ນ ກໍຮີບຮ້ອນຄົ້ນຄວ້ານະໂຍບາຍສິນເຊື່ອດອກເບ້ຍຕ່ຳ ເພື່ອສະເໜີລັດຖະບານພຈາລະນາ ຕົກລົງ.
6) ເພີ່ມຄວາມເອົາໃຈໃສ່ປະເມີນຄວາມຄືບໜ້າການຈັດຕັ້ງປະຕິບັດວຽກຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຕິດພັນກັບການກໍ່ສ້າງຮາກຖານການເມືອງ.
7) ຊຸກຍູ້ປຸກລະດົມສ້າງສະຕິໃຫ້ທຸກພາກສ່ວນທົ່ວສັງຄົມ ພ້ອມກັນປະຕິບັດແນວທາງນະໂຍ ບາຍການປະຢັດມັດທະຍັດດ້ວຍຄວາມຮັບຜິດຊອບ ແລະ ຕື່ນຕົວສູງ, ສ້າງຄວາມເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຍົກສູງນໍ້າໃຈຮັກຊາດໃຫ້ສູງຂຶ້ນ ໃນສະພາບທີ່ເສດຖະກິດ-ການເງິນ ມີຄວາມຫຍຸ້ງຍາກ.
8) ສືບຕໍ່ເອົາໃຈໃສ່ປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ, ຈັດສັນໂກຕາລັດຖະກອນໃໝ່ ແລະ ມີນະໂຍບາຍຕໍ່ຄູ-ແພດອາສາສະໝັກ ໂດຍສະເພາະ ຜູ້ທີ່ເຮັດວຽກຫຼາຍປີໃນເຂດຫ່າງໄກສອກຫຼີກ, ສະໜອງອຸປະກອນການຮຽນ-ການສອນ, ປຶ້ມຕຳລາຮຽນໃນສາຍສາມັນສຶກສາ ແລະ ໂຮງຮຽນວິຊາຊີບ ໃຫ້ທົ່ວເຖິງ; ເອົາໃຈໃສ່ວຽກງານໂພສະນາການອາຫານຂອງເດັກ, ປັບປຸງລະບົບປະກັນສຸຂະພາບ ເພື່ອໃຫ້ກອງທຶນເຂັ້ມແຂງ ແລະ ຍືນຍົງ; ລັດຖະບານປະກອບສ່ວນສ້າງ ແລະ ສ້ອມແປງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວ ທີ່ເປັນເປົ້າໝາຍ, ຄຽງຄູ່ກັບການສົ່ງເສີມພາກສ່ວນທຸລະກິດ ສືບຕໍ່ລົງທຶນພັດທະນາ ແລະ ຟື້ນຟູແຫຼ່ງທ່ອງທ່ຽວ; ພັດທະນາສີມືແຮງງານໃຫ້ມີຄຸນນະພາບ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ.
9) ສືບຕໍ່ພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນຕາມແນວທາງການຕ່າງປະເທດຂອງພັກ ໂດຍສະເພາະ ເພື່ອນມິດຍຸດທະສາດ, ເສີມຂະຫຍາຍສາຍພົວພັນກັບບັນດາປະເທດເພື່ອນບ້ານ ແລະ ປະເທດອື່ນໆ ລວມທັງ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມື, ເອົາໃຈໃສ່ຕິດຕາມສະພາບການຂອງໂລກຢ່າງໃກ້ຊິດ ເພື່ອມີທັດສະນະ ແລະ ມາດຕະການ ຮັບມືແຕ່ຫົວທີ ແລະ ທັນການ, ສຸມໃສ່ກະກຽມຄວາມພ້ອມ ທີ່ສໍາຄັນ ແລະ ຈໍາເປັນ ໃນການເປັນປະທານກອງປະຊຸມສຸດຍອດອາຊຽນ ໃນປີ 2024, ຕ້ອນຮັບການຢ້ຽມຢາມທາງການຂອງການນໍາຂັ້ນສູງຂອງຕ່າງປະເທດ ແລະ ການເຄື່ອນໄຫວຕ່າງປະເທດຂອງການນໍາລາວເຮົາ ຕາມແຜນການ.
10) ກະກຽມເນື້ອໃນເພື່ອລາຍງານກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະການສະຫຼຸບກາງສະໄໝ, ສະຫຼຸບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ລວມທັງ ກະກຽມກອງປະຊຸມຮ່ວມລັດຖະບານ ກັບສະພາແຫ່ງຊາດ.