ໂຮງໝໍມິດຕະພາບ ສຳເລັດການຜ່າຕັດປ່ຽນຖ່າຍ ຄໍ່ກົກຂາ ແລະ ຫົວເຂົ່າທຽມ 19 ກໍລະນີ

ໂຮງໝໍມິດຕະພາບ ຮ່ວມກັບ ມູນນິທິຜ່າຕັດປ່ຽນຄໍ່ກະດູກທຽມ ຂອງປະເທດເກົາຫລີໃຕ້ ສືບຕໍ່ດຳເນີນໂຄງການຜ່າຕັດປ່ຽນຖ່າຍ ຄໍ່ກົກຂາ ແລະ ຫົວເຂົ່າທຽມ ແລະ ໄດ້ສຳເລັດການຜ່າຕັດ ປ່ຽນຖ່າຍ ຄໍ່ກົກຂາ ແລະ ຫົວເຂົ່າທຽມ ຈຳນວນ 19 ກໍລະນີ ໃນລະຫວ່າງວັນທີ 16 ຫາ 19 ມັງກອນ 2023 ທີ່ຜ່ານມາ.
ໂຄງການດັ່ງກ່າວແມ່ນໄດ້ຖືກສະໜັບສະໜູນດ້ານງົບປະມານຊ່ວຍເຫລືອລ້າຈາກ KOFIH (Korea Foundation for Internal HealthCare) ເພື່ອໃຫ້ທີມແພດ ມະຫາວິທະຍາໄລ ແພດສາດ ນະຄອນຫຼວງ ໂຊ ເກົາຫຼີໃຕ້ ມາເຮັດການຜ່າຕັດປ່ຽນຖ່າຍ ຄໍ່ກົກຂາ ແລະ ຫົວເຂົ່າທຽມ ທີ່ໂຮງໝໍມິດຕະພາບ. ເຊິ່ງການຮ່ວມມືດັ່ງກາວໄດ້ໄດ້ດໍາເນີນມາແຕ່ປີ 2018, ການປະຕິບັດໂຄງການດັ່ງກ່າວເກີດຂື້ນ 1 ຄັ້ງຕໍ່ປີ, ແຕ່ໃນໄລຍະ ປີ 2021- 2022 ການຜ່າຕັດໄດ້ຖືກຢຸດເຊົາຊົ່ວຄາວຍ້ອນການແຜ່ລະບາດ ໂຄວິດ 19.
ໂຄງການດັ່ງກ່າວ ແມ່ນແນໃສ່ການປິ່ນປົວຄົນເຈັບຈາກພະຍາດດັ່ງກ່າວ ແລະ ເພື່ອສ້າງເງື່ອນໄຂໃນການຝຶກປະຕິບັດຕົວຈິງໃຫ້ທີມແພດລາວ ໃຫ້ສາມາດພັດທະນາຄວາມສາມາດຂຶ້ນເປັນບາດກ້າວໃໝ່ທີ່ທັນສະໄໝ ທຽບທັນພາກພື້ນ ແລະ ສາກົນ.
ໄລະຍະ 4 ຄັ້ງຂອງການຜ່າຕັດຮ່ວມກັບໂຄງການດັ່ງກ່າວ ແມ່ນ ສາມາດປ່ຽນຄໍ່ທຽມໄດ້ 84 ກໍລະນີ, ລວມມູນຄ່າ ເກືອບ 3 ແສນ ໂດລາາ, ພິເສດເຈົ້າຂອງໂຄງການຍັງໄດ້ສະໜັບສະໜູນທືນໃຫ້ແພດ, ພະຍາບານ ໂຮງໝໍມິດຕະພາບ ແລະ ໂຮງໝໍອື່ນໆ ໄດ້ໄປຍົກລະດັບວິຊາສະເພາະໃນຫຼາຍສາຂາ ທີ່ປະເທດເກົາຫຼີໃຕ້ເປັນຈໍານວນຫຼາຍຄົນຕໍ່ປີ.