ປີ 2022 ສານປະຊາຊົນ ນະຄອນຫລວງວຽງຈັນ ພິຈາລະນາຄະດີແກ້ໄຂໄດ້ 2.109 ເລື່ອງ


ໄລຍະ 1 ປີຜ່ານມາ, ສານປະຊາຊົນ ນະຄອນຫລວງວຽງຈັນ ແລະ ສານປະຊາຊົນເຂດ ທັງ 4 ເຂດ ທີ່ຂຶ້ນກັບສານ ນະຄອນຫລວງວຽງຈັນ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດໜ້າທີ່ວິຊາສະເພາະຂອງຕົນທີ່ຮັບຜິດຊອບ ກໍຄືວຽກງານໄກ່ເກ່ຍຄະດີແລະ ພິຈາລະນາຕັດສີນຄະດີຮັບປະກັນທາງດ້ານຄຸນນະພາບ, ຄົບຖ້ວນຮອບດ້ານ ແລະ ພາວະວິໄສ, ໃນນີ້ຄະດີເຂົ້າທັງໝົດ 3.797 ເລື່ອງ, ແກ້ໄຂ 2.109 ເລື່ອງ (ຄິດເປັນເປີເຊັນເທົ່າກັບ 56%) ທຽບໃສ່ແຜນການເຫັນວ່າຫຼຸດຄາດໝາຍ 29 % ພວມດຳເນີນ 1.688 ເລື່ອງ.
ທ່ານ ນາງ ເກສອນ ພັນລັກ ປະທານສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ຂອງສານປະຊາຊົນ ນະຄອນຫລວງວຽງຈັນ ຕໍ່ກອງປະຊຸມສະໄໜສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ວ່າ: ການພິຈາລະນາຕັດສິນຄະດີຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄລຍະ 1 ປີຜ່ານມາ ມີຄະດີເຂົ້າທັງໝົດ 3.797 ເລື່ອງ, ແກ້ໄຂ 2.109 ເລື່ອງ ເທົ່າກັບ 56% ທຽບໃສ່ແຜນການເຫັນວ່າຫຼຸດຄາດໝາຍ 29%, ພວມດຳເນີນ 1.688 ເລື່ອງ.
ໃນນັ້ນ, ສານປະຊາຊົນເຂດ 1 ມີຄະດີເຂົ້າທັງໝົດ 262 ເລື່ອງ, ແກ້ໄຂ 178 ເລື່ອງ ເທົ່າກັບ 68% ທຽບໃສ່ແຜນການເຫັນວ່າຫຼຸດຄາດໝາຍ 17%, ພວມດຳເນີນ 84 ເລື່ອງ, ສານປະຊາຊົນເຂດ 2 ມີຄະດີເຂົ້າທັງໝົດ 358 ເລື່ອງ, ແກ້ໄຂ 270 ເລື່ອງ ເທົ່າກັບ 75,4% ທຽບໃສ່ແຜນການເຫັນວ່າຫຼຸດຄາດໝາຍ 9.6%, ພວມດຳເນີນ 88 ເລື່ອງ.
ສານປະຊາຊົນເຂດ 3 ມີຄະດີເຂົ້າທັງໝົດ 306 ເລື່ອງ, ແກ້ໄຂ 206 ເລື່ອງ ເທົ່າກັບ 67.3% ທຽບໃສ່ແຜນການເຫັນວ່າຫຼຸດຄາດໝາຍ 17.7%, ພວມດຳເນີນ 100 ເລື່ອງ.
ສານປະຊາຊົນເຂດ 4 ມີຄະດີເຂົ້າທັງໝົດ 387 ເລື່ອງ, ແກ້ໄຂ 285 ເລື່ອງ ເທົ່າກັບ 73.7% ທຽບໃສ່ແຜນການເຫັນວ່າຫຼຸດຄາດໝາຍ 11.3%, ພວມດຳເນີນ 102 ເລື່ອງ.
ຄະດີທີ່ເກີດຂື້ນຫຼາຍກວ່າໝູ່ຢູ່ໃນນະຄອນຫຼວງມີຄື: ຄະດີອາຍາ: ຄ້າຂາຍຢາເສບຕິດ, ລັກຊັບພົນລະເມືອງ, ລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບັດເຫດ, ຄະດີແພ່ງ: ຂໍ້ຂັດແຍ່ງກຳມະສິດທີ່ດິນ, ມູນມໍຣະດົກ, ຄະດີການຄ້າ: ສັນຍາກູ້ຢືມ, ຄະດີຄອບຄົວ: ສາຍຜົວ-ເມຍ ແລະ ຄະດີເດັກ: ລັກຊັບພົນລະເມືອງ.
ນອກນັ້ນ, ຍັງໄດ້ຄົ້ນຄ້ວາພິຈາລະນາຕັດສິນຄະດີອາຍາ ໂດຍສະເພາະແມ່ນຄະດີຢາເສບຕິດ ທີ່ຕິດພັນກັບວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ຄະນະສານອາຍາ ແມ່ນໄດ້ເຮັດໜ້າທີ່ຄົ້ນຄ້ວາພິຈາລະນາຕັດສິນຄະດີຢາເສບຕິດຕາມການສັ່ງຟ້ອງຂຶ້ນສານຂອງຫົວໜ້າອົງການໄອຍະການປະຊາຊົນທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງປີ 2017 ໃຫ້ລະອຽດ, ຄົບຖ້ວນ, ຮອບດ້ານ, ພາວະວິໃສ, ໂປ່ງໃສ ແລະ ຍຸຕິທຳ, ຄະດີກ່ຽວກັບຢາເສບຕິດໃນໄລຍະ 1 ປີຜ່ານມາ, ມີຈຳນະຄອນຫລວງວຽງຈັນນທັງໝົດ 840 ລື່ອງ, ແກ້ໄຂໄດ້ 607 ເລື່ອງ, ເທົ່າກັບ 72.26%, ສົ່ງຄືນອົງການໄອຍະການປະຊາຊົນນະຄອນຫຼວງເພື່ອເກັບກຳຂໍ້ມູນຄືນໃໝ່ ຈຳນວນ 25 ເລື່ອງ, ກຳລັງຄົ້ນຄວ້າໃນປັດຈຸບັນ 208 ເລື່ອງ.