ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ

ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ - WhatsApp Image 2022 05 04 at 10 - ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ
ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ - kitchen vibe - ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ

ໃນປີ 2018 ທິດກໍ່າ ໄດ້ໄປທ່ຽວບຸນທາດພະນົມ ຈັງຫວັດນະຄອນພະນົມ ປະເທດໄທ ຂາໄປແມ່ນຂ້າມຢູ່ກະໂຕດ່ານປະເພນີປາກເຊບັ້ງໄຟ ຕອນຂາກັບແມ່ນຊື້ປີ້ຢູ່ກະໂຕທ່າເຮືອຂຶ້ນຫາທາດພະນົມໂດຍກົງ, ແຕ່ສິ່ງທີ່ເຮັດໃຫ້ຂ້ອຍຈົດຈໍາມາຮອດທຸກມື້ນີ້ ກໍຄືການຊື້ປີ້ເຮືອຂ້າມຂອງ ຕອນຂາໄປຂ້ອຍໄດ້ຊື້ປີ້ເປັນເງິນກີບຢູ່ລາວລາຄາ 35.000 ກີບ, ສ່ວນຜູ້ທີ່ໄປຮ່ວມກັນໃຜມີເງິນບາດກໍຊື້ເປັນເງິນບາດ ຫລື ໃຜມີເງິນໂດລາກໍຊື້ເປັນໂດລາ ໂດຍຄິດໄລ່ຕາມອັດຕາແລກປ່ຽນທຽບເງິນກີບໃນເວລານັ້ນ. ເມື່ອເວລາກັບມາກໍຕ້ອງໄດ້ຊື້ປີ້ກັບ ແຕ່ສິ່ງທີ່ພາໃຫ້ທິດກໍ່າຄິດ ທັງເຫັນປະຈັກຕາໃນຕົວຈິງຢູ່ເບື້ອງຝັ່ງໄທເຂົາບໍລິການຂາຍປີ້ບໍ່ຍອມຮັບເອົາເງິນກີບ ໝາຍວ່າເຂົາຮັບເອົາແຕ່ເງິນບາດພຽງສະກຸນດຽວເທົ່ານັ້ນ.

ໃນຂະນະທີ່ຫລາຍໆຄົນພາກັນໂຈເຈຊື້ປີ້ກັບຝັ່ງລາວ ຂ້ອຍເອງກໍແກ້ງທໍາທ່າວ່າບໍ່ມີເງິນບາດ ທັງເວົ້າວ່າເງິນບາດຂ້ອຍໄດ້ຈ່າຍໝົດແລ້ວ ຂໍຊື້ເປັນເງິນກີບໄດ້ບໍ່ ? ທັນໃດກໍໄດ້ຮັບຄໍາຕອບຈາກຜູ້ຂາຍວ່າ ຢູ່ໄທໃຊ້ແຕ່ເງິນບາດ ໃຊ້ເງິນກີບບໍ່ໄດ້ ແລະ ໜູກໍບໍ່ເຄີຍໃຊ້ເງິນກີບ ສາວຂາຍປີ້ຄົນນັ້ນຕອບມ້ວນທ້າຍ. ເມື່ອຕໍ່ລອງກັນບໍ່ໄດ້ ຂ້ອຍກໍເລີຍຈົກເງິນບາດອອກມາຊື້. ໃນຂະນະທີ່ຂີ່ເຮືອຂ້າມຂອງກັບຝັ່ງລາວ ຂ້ອຍທັງຄິດທັງຫງໍາໃນໃຈວ່າ: ຄົນໄທເຂົາເຂັ້ມງວດໃນການຄຸ້ມຄອງໃຊ້ຈ່າຍສະກຸນເງິນຂອງຕົນເອງສົມກັບເຂົາວ່າຢູ່ເມືອງໄທໃຊ້ແຕ່ເງິນບາດ, ແຕ່ຢູ່ເມືອງລາວໃຊ້ທັງເງິນກີບ, ເງິນບາດ ແລະ ເງິນໂດລາຢ່າງເສລີ ເຊິ່ງເບິ່ງຢ່າງໜຶ່ງຄືບໍ່ມີກົດໝາຍຄຸ້ມຄອງ. ນີ້ແມ່ນຄວາມແຕກຕ່າງລະຫວ່າງສອງຟາກຝັ່ງລາວກັບໄທ ມັນສະແດງໃຫ້ເຫັນເຖິງສະຕິໃນຄວາມເປັນເຈົ້າຄື: ເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຂອງເງິນ, ເປັນເຈົ້າກົດໝາຍ. ແນ່ນອນວ່າໃນເມື່ອມີເງື່ອນໄຂໃຊ້ເງິນຫລາຍສະກຸນພາຍໃນປະເທດ ຄົນເຮົາຍ່ອມມີສິດເລືອກເອົາເງິນສະກຸນໃດທີ່ມັນດີກວ່າ, ມີມູນຄ່າສູງກວ່າ ແລະ ແຂງກວ່າເງິນກີບ ກໍຍ່ອມຫັນໄປຊົມໃຊ້ ແລະ ຢຶດຄອງເງິນສະກຸນນັ້ນຫລາຍກວ່າ. ສະນັ້ນ ຢາກບໍ່ຢາກກໍເປັນການຢຽບຢໍ່າ, ຕີຖອຍຄຸນຄ່າເງິນກີບໃຫ້ຫລຸດໜ້ອຍຖອຍລົງກາຍເປັນເງິນໄຮ້ຄ່າ ແລະ ນັບມື້ຈະໄຮ້ຄ່າ ຖ້າຄົນລາວບໍ່ພາກັນມີສະຕິຮັກສາມັນໄວ້ໃຫ້ຄົງຢູ່ຄຽງຄູ່ກັບຄົນລາວ.

ຫາກຕັ້ງໂຈດກັນວ່າ: ຢາກໃຫ້ເງິນກີບລາວແຂງຄ່າຕ້ອງແກ້ໄຂແນວໃດ ? ທາງອອກຄື: ອັນທີໜຶ່ງ ກົດໝາຍຄຸ້ມຄອງຕ້ອງສັກສິດເດັດຂາດ ທັງມີມາດຕະຖານ ແລະ ວິທີການທາງອອກທີ່ສອດຄ່ອງວ່ອງໄວ, ເດັດຂາດຢູ່ເມືອງລາວຕ້ອງໃຊ້ແຕ່ເງິນກີບ. ອັນສຳຄັນຄົນຜູ້ເຮັດວຽກດ້ານນີ້ຕ້ອງເກັ່ງ, ເວົ້າໜ້ອຍເຮັດຫລາຍ, ເວົ້າແລ້ວຕ້ອງເຮັດໃຫ້ມີໝາກຜົນ. ອັນສອງຕ້ອງມີຈິດໃຈຊາດ, ນໍາໃຊ້ສິນຄ້າເຮັດເອງ, ພະຍາຍາມເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບໍ່ເປັນຕະຫລາດຈໍາໜ່າຍສິນຄ້າໃຫ້ປະເທດອື່ນຈົນເກີນໄປ. ສາມສ້າງຈິດສໍານຶກໃຫ້ຄົນລາວດຸໝັ່ນໃນການອອກແຮງງານ, ການຜະລິດ, ບໍ່ພາກັນສໍ້ລາດບັງຫລວງ, ພ້ອມກັນປົກປັກຮັກສາຊັບສົມບັດຂອງຊາດໃຫ້ດີ ທັງນໍາໃຊ້ໃຫ້ມີປະໂຫຍດສູງສຸດ. ສ່ວນອັນສຸດທ້າຍ ພະນັກງານຂັ້ນນໍາທຸກຂັ້ນ, ບັນດາເຈົ້ານາຍທັງຫລາຍຕ້ອງເປັນແບບຢ່າງນໍາໜ້າຢ່າງໃສແຈ້ງ, ເຮັດຫຍັງທໍາຫຍັງບໍ່ໃຫ້ສວຍໂອກາດຫາຜົນປະໂຫຍດໃສ່ຕົນເອງ ແລະ ພວກພ້ອງຈົນເກີນເຫດ ເພາະບ້ານເມືອງຈະຈິບຫາຍ. ຕົວຢ່າງຄ້າໄມ້-ໄມ້ກໍຈົນດັບກ້ຽງ ແຕ່ປະເທດຊາດຍັງທຸກຍາກຢູ່. ຫັນມາຄ້າແຮ່-ແຮ່ກໍອາດຈະດັບກ້ຽງ ເງິນກີບກໍຍິ່ງເຟີ້, ການຄ້າຕ່າງປະເທດສືບຕໍ່ຂາດດູນ ແຕ່ພັດໄປຍູ້ໜູນໃຫ້ຕົນເອງ, ເຊື້ອສາຍລາຍລ່ອງພາກັນຮັ່ງມີແບບໄຮ້ທຽມທານ ເງິນເດືອນພະນັກງານຂັ້ນລຸ່ມພັດຍັງຢໍ້າເທົ້າ. ນີ້ລະຄືຜົນຂອງການຂາດສະຕິເປັນເຈົ້າ.

ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ - 3 - ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ
ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ - 4 - ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ
ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ - 5 - ເງິນກີບອ່ອນຄ່າໜຶ່ງໃນຫລາຍບັນຫາຄືຂາດສະຕິເປັນເຈົ້າ