ສານປະຊາຊົນແຂວງວຽງຈັນ ຕັດສິນຈຳຄຸກຈຳເລີຍ 13 ຄົນ
ວັນທີ 19 ມັງກອນ 2023 ທີ່ຜ່ານມາ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີຈຳເລີຍຈຳນວນ 13 ຄົນຄື: ທ້າວ ວິໄລສັກ ອາຍຸ 33 ປີ, ຖືກກັກຕົວ ຄັ້ງວັນທີ 3 ຕຸລາ 2021 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງເພື່ອເສບ ຈໍານວນ 10 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 2 ປີ ປັບໃໝ 10 ລ້ານກີບ, ທ້າວສີສະໝຸດ ອາຍຸ 33 ປີ ຖືກກັກຕົວຄັ້ງວັນທີ 22 ທັນວາ 2020 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 18 ເມັດ ຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ, ນາງເບຍລີ ອາຍຸ 76 ປີ ຖືກກັກຕົວໃນຄັ້ງວັນທີ 29 ກໍລະກົດ 2021 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ແລະ ເຮໂລອິນ ຈຳນວນ 130 ເມັດ ຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 7 ປີ 6 ເດືອນ ປັບໃໝ 30 ລ້ານກີບ, ທ້າວຈ່ອຍ ອາຍຸ 27 ປີ ຖືກກັກຕົວຄັ້ງວັນທີ 6 ພະຈິກ 2020 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າຈຳນວນ 26 ເມັດ ຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ, ທ້າວເຈີລໍ່ ອາຍຸ 30 ປີ ຖືກກັກຕົວຄັ້ງວັນທີ 27 ທັນວາ 2020 ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 24 ເມັດ ຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 12 ປີ ປັບໃໝ 140 ລ້ານກີບ, ທ້າວເພັດສະໜອນ ຫຼື ແດງ ອາຍຸ 34 ຖືກກັກຕົວໃນຄັ້ງວັນທີ 25 ທັນວາ 2020 ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດປະເພດຢາບ້າ ຈຳນວນ 17 ເມັດ ຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ, ທ້າວ ລ້ຽງ ອາຍຸ 48 ປີ ຖືກກັກຕົວໃນຄັ້ງວັນທີ 16 ທັນວາ 2020 ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 34 ເມັດ ຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ, ທ້າວຄຳແພງ ອາຍຸ 42 ປີ ແລະ ທ້າວພອນ ອາຍຸ 38 ປີ ຖືກກັກຕົວຄັ້ງວັນທີ 5 ທັນວາ ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດປະເພດຢາບ້າ ຈຳນວນ 31 ເມັດ ຕັດສິນລົງໂທດຕັດອິດສະລະພາບທ້າວຄຳແພງ, ຈຳເລີຍ 7 ປີ ປັບໃໝ 46 ລ້ານກີບ, ທ້າວພອນ ຈໍາເລີຍ 5 ປີ ປັບໃໝ 10 ລ້ານກີບ, ທ້າວຕົງທ່າວ ອາຍຸ 47 ປີ ແລະ ທ້າວຈັ້ງວ່າງ ອາຍຸ 57 ປີ ຖືກກັກຕົວໃນຄັ້ງວັນທີ 22 ກໍລະກົດ 2020 ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດປະເພດຢາບ້າຈຳນວນ 507 ເມັດ, ເຮໂລອິນ ແລະ ມີອາວຸດເສິກໄວ້ໃນຄອບຄອງ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະລະພາບ ທ້າວຕົງທ່າວ ຈຳເລີຍ 16 ປີ ປັບໃໝ 178 ລ້ານ, ແລະ ທ້າວຈັ້ງວ່າງ ຈໍາເລີຍ ຕະຫຼອດຢູ່ໃນຄຸກ, ທ້າວພູເງິນ ອາຍຸ 40 ປີ ຖືກກັກຕົວໃນຄັ້ງວັນທີ 24 ມີຖຸນາ 2020 ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 500 ເມັດ ຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ, ທ້າວ ຍັງ ອາຍຸ 26 ປີ ຖືກກັກຕົວໃນຄັ້ງວັນທີ 28 ພຶດສະພາ 2020 ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 519 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະລະພາບຈຳເລີຍ 5 ປີ ປັບໃໝ 10 ລ້ານກີບ.