ທ່ານພົນເອກປະຢຸດ ຈັນໂອຊາ ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່

ທ່ານພົນເອກປະຢຸດ ຈັນໂອຊາ ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່ -                                 scaled - ທ່ານພົນເອກປະຢຸດ ຈັນໂອຊາ ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່
ທ່ານພົນເອກປະຢຸດ ຈັນໂອຊາ ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່ - kitchen vibe - ທ່ານພົນເອກປະຢຸດ ຈັນໂອຊາ ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່

ວັນທີ 6 ມັງກອນ 2023 ຜ່ານມານີ້ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ສົ່ງສານອວຍພອນ ເຖິງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ໂດນມີເນື້ອໃນວ່າ:

ຂ້າພະເຈົ້າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງ ໃນໂອກາດທີ່ ພະນະທ່ານ ໄດ້ຮັບແຕ່ງຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງສະແດງເຖິງຄວາມໄວ້ວາງໃຈທີ່ພະນະທ່ານ ໄດ້ຮັບຈາກສະພາແຫ່ງຊາດ ແລະ ປະຊາຊົນລາວ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພະນະທ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ ຈະມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ທ່ານພົນເອກປະຢຸດ ຈັນໂອຊາ ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ທ່ານພົນເອກປະຢຸດ ຈັນໂອຊາ ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່

ຂ້າພະເຈົ້າ ຍິນດີເປັນຍ່າງຍິ່ງ ທີ່ຈະໄດ້ຮ່ວມເຮັດວຽກກັບ ພະນະທ່ານ ເພື່ອສືບຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ຣາຊະອານາຈັກໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນແໜ້ນແຟ້ນຍິ່ງໆຂຶ້ນ ໃນຖານະຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລວມທັງການຊຸກຍູ້ສົ່ງເສີມໃຫ້ມີການຮ່ວມມືໃນສາຂາໃໝ່ໆ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ແລະ ເພື່ອໃຫ້ ຣາຊະອານາຈັກໄທ ແລະ ສາທາລະນະລະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມໝັ້ນຄົງ, ຮັ່ງມີ ແລະ ຍືນຍົງໄປພ້ອມໆກັນ ຕະຫຼອດຮອດຄວາມຈະເລີນຮຸ່ງເຮືອງໃນພາກພື້ນ.

ເນື່ອງໃນໂອກາດປີໃໝ່ ຄສ 2023 ໃນນາມລັດຖະບານ ແລະ ປະຊາຊົນໄທ ຂ້າພະເຈົ້າ ຂໍອາຣາດທະນາຄຸນພະສີຣັດຕະນະໄຕ ແລະ ສິ່ງສັກສິດທັງຫຼາຍໃນໂລກ ຈົ່ງປົກປ້ອງຄຸ້ມຄອງໃຫ້ ພະນະທ່ານ ແລະ ຄອບຄົວ ມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດ ແລະ ຈະເລີນຮູ່ງເຮືອງຍິ່ງໆຂຶ້ນ.

ດ້ວຍຄວາມນັບຖື,

ທ່ານພົນເອກປະຢຸດ ຈັນໂອຊາ ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່ - 5 - ທ່ານພົນເອກປະຢຸດ ຈັນໂອຊາ ສົ່ງສານອວຍພອນເຖິງທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີຄົນໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!