ມືກ້ອງໜຸ່ມໂພສວິດີໂອ “ນ້ຳຕົກໄຫລກັບຄືນ” ກາງຜາຢູທາ ຊີ້ເປັນພາບຫາເບິ່ງຍາກໃນຮອບ 20 ປີ
ຊ່າງພາບໜຸ່ມໂພສວິດີໂອຈາກການໃຊ້ໂດຣນຖ່າຍຮູບນໍ້າຕົກແຄມຜາຢູທາ ຂະນະກໍາລັງໄຫລກັບຄືນຂຶ້ນສູ່ທາງເທິງ, ລະບຸເປັນປາກົດການຫາເບິ່ງໄດ້ຍາກ.
ໃນອາທິດຜ່ານມາ, ອາຣ໌ເຈ ຮູເປີ ຊາຍໜຸ່ມຈາກລັດຢູທາ ໄດ້ໂພສວິດີໂອໃນເຟສບຸກຂອງລາວ ເຊິ່ງໄດ້ຮັບຄວາມສົນໃຈຢ່າງຫລວງຫລາຍຈາກຈໍານວນຄົນເຂົ້າເບິ່ງ 178.000 ກວ່າຄັ້ງ ແລະ ຈໍານວນຄົນກົດສະແດງຄວາມຖືກໃຈ ແລະ ອີໂມຈິອື່ນໆ 6.900 ກວ່າຄົນ ພ້ອມການສະແດງຄວາມເຫັນອີກ 480 ຂໍ້ຄວາມ.
ວິດີໂອດັ່ງກ່າວເປັນວິດີໂອທີ່ໄດ້ຈາກການໃຊ້ໂດຣນບິນຂຶ້ນໄປຖ່າຍຮູບນໍ້າຕົກຢູ່ບໍລິເວນແຄມຜາໃນແຫລ່ງທ່ອງທ່ຽວຄາເຢນທາ ໃກ້ກັບເມືອງໄອວິນ ທາງຕາເວັນຕົກສຽງໃຕ້ຂອງເຂດວໍຊິງຕັນເຄົາຕີ ລັດຢູທາ ເປັນຮູບຂອງລະອອງນໍ້າຕົກທີ່ກໍາລັງໄຫລກັບຄືນຂຶ້ນສູ່ທາງເທິງ.
ປາກົດການນໍ້າຕົກໄຫລກັບຄືນ (Reverse waterfalls) ເປັນປາກົດການທໍາມະຊາດທີ່ເກີດຂຶ້ນເມື່ອມີລົມພັດແຮງປະທະໜ້າຜາ ແລະ ພັດລະອອງນໍ້າໃຫ້ລອຍຂຶ້ນສູ່ທາງເທິງ ເຮັດໃຫ້ເບິ່ງຄືນໍ້າໄຫລກັບຄືນຂຶ້ນເທິງ ແທນທີ່ຈະໄຫລລົງສູ່ທາງລຸ່ມຕາມແຮງຖ່ວງດຶງຂອງໂລກ.
ປາກົດການດັ່ງກ່າວເປັນສິ່ງຫາເບິ່ງໄດ້ຍາກ ແລະ ບໍ່ຄ່ອຍມີໃຜໄດ້ໂອກາດບັນທຶກພາບໄວ້. ໃນຂໍ້ຄວາມຢູ່ເຟສບຸກຂອງ ຮູເປີ ລາວໄດ້ປະເມີນວ່າແຮງລົມທີ່ພັດປະທະໜ້າຜາໃນເວລາທີ່ລາວຖ່າຍວິດີໂອ ອາດຈະມີຄວາມໄວປະມານ 96 ກິໂລແມັດ/ຊົ່ວໂມງ.
ນອກຈາກນີ້, ລາວຍັງລະບຸວ່າ: ໃນຮອບ 20 ປີຜ່ານມາ ລາວເຄີຍເຫັນນໍ້າຕົກຢູ່ຄາເຢນທາໄຫລກັບຄືນໃນລັກສະນະແບບນີ້ພຽງ 2-3 ຄັ້ງເທົ່ານັ້ນ.