ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ”

ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ” - 2022 12 17T100734Z 1993356589 RC2J7Y9IWJCX RTRMADP 3 HEALTH CORONAVIRUS CHINA - ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ”
ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ” - kitchen vibe - ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ”

ໜ່ວຍງານສາທາລະນະສຸກຂອງລັດຖະບານປັກກິ່ງລາຍງານຜູ້ເສຍຊີວິດຈາກພະຍາດໂຄວິດ-19 ເພີ່ມອີກ 12.600 ກວ່າຄົນ ໃນອາທິດຫລ້າສຸດກ່ອນຮອດເທດສະການກຸດຈີນ.

ວັນທີ 22 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງຊາດຈີນ (ໄຊນ່າຊີດີຊີ) ລາຍງານສະຖິຕິຜູ້ເສຍຊີວິດຈາກໂຄວິດ-19 ໃນໂຮງໝໍ ລະຫວ່າງວັນທີ 13-19 ມັງກອນຜ່ານມາ ເຊິ່ງເປັນອາທິດຫລ້າສຸດກ່ອນຮອດເທດສະການກຸດຈີນ ມີທັງໝົດ 12.658 ຄົນ ຈາກຈໍານວນດັ່ງກ່າວຢ່າງໜ້ອຍ 681 ຄົນ ເສຍຊີວິດຈາກລະບົບທາງເດີນຫາຍໃຈລົ້ມເຫລວ ແລະ ອີກ 11.977 ຄົນ ເສຍຊີວິດຈາກອາການກ່ຽວຂ້ອງກັບພະຍາດປະຈໍາຕົວນໍາ.

ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ” - Visit Laos Visit SALANA BOUTIQUE HOTEL - ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ”
ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ” - Visit Laos Visit SALANA BOUTIQUE HOTEL - ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ”

ການປະກາດດັ່ງກ່າວເກີດຂຶ້ນພຽງມື້ດຽວ ຫລັງໄຊນ່າຊີດີຊີ ເຜີຍແພ່ຖະແຫລງການຂອງທ່ານໝໍ ອູ໋ຈຸນໂຢ ຫົວໜ້າຝ່າຍລະບາດວິທະຍາວ່າ: ການເຄື່ອນຍ້າຍຄັ້ງໃຫຍ່ຂອງປະຊາຊົນຈໍານວນມະຫາສານໃນເທດສະການກຸດຈີນ ແນ່ນອນວ່າອາດສົ່ງຜົນໃຫ້ການພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃນບາງພື້ນທີ່.

ເຖິງຢ່າງໃດກໍຕາມ, ທ່ານໝໍ ອູ໋ຈຸນໂຢ ບໍ່ເຊື່ອວ່າ: ການແພ່ລະບາດໃຫຍ່ຮອບຕໍ່ໄປຈະເກີດຂຶ້ນພາຍໃນອະນາຄົດອັນໃກ້ ຫລື ພາຍໃນອີກ 2-3 ເດືອນຕໍ່ໜ້າ ເນື່ອງຈາກ “80% ຂອງປະຊາຊົນໃນຈີນຕິດເຊື້ອໄປເປັນທີ່ຮຽບຮ້້ອຍແລ້ວ” ແຕ່ບໍ່ໄດ້ມີການຂະຫຍາຍຄວາມວ່າ: ອ້າງອີງຈາກແຫລ່ງຂໍ້ມູນໃດ.

ຂະນະທີ່ ໜ່ວຍງານສາທາລະນະສຸກ ແລະ ຜູ້ຊ່ຽວຊານທາງການແພດອີກຫລາຍທ່ານຂອງຈີນ ຢືນຢັນໄປໃນທາງດຽວກັນວ່າ: ສະຖານະການການແພ່ລະບາດຂອງພະຍາດໂຄວິດ-19 ໃນປະເທດ “ຜ່ານພົ້ນຈຸດວິກິດໄປແລ້ວ” ທັງໃນທາງຂອງການພົບຜູ້ຕິດເຊື້ອ, ການເຂົ້າຮັບການປິ່ນປົວໃນໂຮງໝໍ ແລະ ການເສຍຊີວິດ.

ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ” - 4 - ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ”
ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ” - 5 - ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ”
ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ” - 3 - ຈີນຢືນຢັນຜູ້ເສຍຊີວິດຈາກໂຄວິດ “ເພີ່ມອີກ 12.600 ກວ່າຄົນ”