ຮ່ວມໃຈຕ້ານ-ສະກັດກັ້ນປາກົດການຫຍໍ້ທໍ້ທາງສັງຄົມຢ່າງແຂງແຮງ

ປາກົດການຫຍໍ້ທໍ້ທາງສັງຄົມ ພວມເປັນສິ່ງທ້າທາຍ ແລະ ສົ່ງຜົນສະທ້ອນທາງລົບຕໍ່ການພັດທະນາເສດຖະກິດ-ສັງຄົມ ບໍ່ວ່າຈະເປັນບັນຫາຢາເສບຕິດ, ອຸບັດເຫດຕາມຖະໜົນ, ການຫລິ້ນກິນຟຸມເຟືອຍ ແລະ ອື່ນໆ ເຊິ່ງຜ່ານມາ, ເຖິງວ່າລັດຖະບານ ໄດ້ຖືສໍາຄັນຕ້ານ ແລະ ສະກັດກັ້ນບັນຫາດັ່ງກ່າວສຸດຂີດ ພ້ອມທັງໃຫ້ເປັນພັນທະໜ້າທີ່ຂອງທົ່ວປວງຊົນ, ແຕ່ໃນສະພາບຄວາມເປັນຈິງແລ້ວຍັງບໍ່ມີທ່າຫລຸດລົງ. ຂະນະທີ່ມີຄໍາເຫັນຈໍານວນໜຶ່ງ ບອກວ່າ: ພວກເຮົາ ຈະຕ້ອງສືບຕໍ່ຕ້ານ-ສະກັດກັ້ນປາກົດການຫຍໍ້ທໍ້ທາງສັງຄົມຢ່າງແຂງແຮງຕື່ມ, ຖືເປັນໜ້າທີ່ພັນທະທຸກຄົນໃນສັງຄົມທີ່ຕ້ອງຮ່ວມມືກັນແທ້ຈຶ່ງຈະແກ້ໄຂໄດ້.
ການສະເຫລີມສະຫລອງບຸນປີໃໝ່ຫວຽດນາມ ແລະ ຈີນ ຫາກໍຜ່ານພົ້ນໄປ. ຂະນະທີ່ທຸກປີ, ນະຄອນຫລວງວຽງຈັນໄດ້ອອກແຈ້ງການ ແລະ ຄຳສັ່ງຫ້າມຕ່າງໆນາໆເພື່ອເຮັດໃຫ້ບ້ານເມືອງສະຫງົບປອດໄພ ຊຶ່ງປີນີ້ກໍເຊັ່ນດຽວກັນ ໄດ້ອອກແຈ້ງການໃຫ້ເພີ່ມທະວີຈັດຕັ້ງປະຕິບັດການຫ້າມຜະລິດ, ນໍາເຂົ້າ, ຂົນ ສົ່ງ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈູດ ຫລື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກໃນຕົວເມືອງ ແລະ ຊານເມືອງນະຄອນຫລວງວຽງຈັນ ແລະ ໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫລວດ, ທະຫານ, ກອງຫລອນ, ພາສີ, ກວດກາການຄ້ານະຄອນຫລວງ, ເມືອງ, ບ້ານເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງດັ່ງກ່າວຢ່າງເຂັ້ມງວດ. ແນວໃດກໍດີມາພ້ອມກັບຄວາມມ່ວນຊື່ນລື່ນເລີງນັ້ນບໍ່ອາດປາສະຈາກໄດ້ປາກົດການຫຍໍ້ທໍ້ທາງສັງຄົມທີ່ເກີດຂຶ້ນຄືດັ່ງທຸກປີ ຊຶ່ງເມື່ອປີໃໝ່ສາກົນ 2023 ຜ່ານມາ ກໍຍັງປາກົດໃຫ້ເຫັນການລະເມີດຄຳສັ່ງ ແລະ ແຈ້ງການກັນຢູ່. ເລື່ອງປາກົດການຫຍໍ້ທໍ້ທາງສັງຄົມນີ້ພວກເຮົາບໍ່ອາດນິ່ງນອນ ໃຈ ຕ້ອງໄດ້ຮ່ວມແຮງຮ່ວມໃຈແກ້ໄຂແທ້ບັນຫາ ຈຶ່ງຈະທຸເລົາເບົາບາງລົງໄດ້ ຊຶ່ງການເພີ່ມທະວີຈັດຕັ້ງປະຕິບັດບັນດາມາດຕະການຕ້ານ-ສະກັດກັ້ນປາກົດການຫຍໍ້ທໍ້ທາງສັງຄົມຢ່າງແຂງແຮງ ແມ່ນຄວາມຈໍາເປັນ ແລະ ຕ້ອງສືບຕໍ່ເຮັດຢ່າງປົກກະຕິຕໍ່ເນື່ອງ, ຫລາຍຮູບຫລາຍສີ ສົມທົບທຸກກໍາລັງແຮງສັງຄົມເລີ່ມຈາກຫົວ ໜ່ວຍຄອບຄົວ, ໜ່ວຍ, ບ້ານ… ຜ່ານມາ ບໍ່ແມ່ນວ່າທົ່ວສັງຄົມເຮົາບໍ່ໄດ້ເຮັດ ຫລື ສົມທົບກັນຢ່າງກົມກຽວ ຕ້ານ-ສະກັດກັ້ນປາກົດການຫຍໍ້ທໍ້ທາງສັງຄົມ, ພວກເຮົາໄດ້ປະຕິບັດມາແລ້ວ, ພຽງແຕ່ຕ້ອງພ້ອມກັນຫັນກຽວເຂົ້າຕື່ມເພື່ອບຸກທະລຸໃຫ້ໄດ້ການແກ້ໄຂບັນຫານີ້ໄປສູ່ລັກສະນະຍືນຍົງໃນອະນາຄົດ.
ບໍ່ວ່າແຕ່ບຸນປີໃໝ່ຫວຽດນາມ ແລະ ຈີນ ບຸນຫຍັງກໍດີ ຢ່າໃຫ້ເກີດການສູນເສຍຊີວິດ ການສູນເສຍຊັບສິນທັງແບບຄອບຄົວ ແລະ ສ່ວນລວມເລີຍ ທາງການເພິ່ນຫ້າມກໍໃຫ້ເຂັ້ມງວດປະຕິບັດແມ່ນດີທີ່ສຸດ.