ມາກ ອັລເລ ເຊືອນຊະນະ ຈູ໋ດ ທຣຳ 10-9 ເຟຣມ ຄວ້າແຊ້ມສະນຸກເກີ ເວີລກຣັງປຣີ ຂຶ້ນອັນດັບທີ 3 ຂອງໂລກ

ການແຂ່ງຂັນສະນຸກເກີ World Grand Prix 2023 ຮອບຊີງຊະນະເລີດ ໃນຄືນວັນອາທິດທີ 22 ມັງກອນນີ້ ທີ່ສະໜາມ ເດີ ເຊັນເທີ ເມືອງ ເຊລແມນ ປະເທດອັງກິດ ເປັນການແຂ່ງຂັນສະນຸກເກີລະຫວ່າງ ມືວາງອັນດັບ 4 ຂອງໂລກຈາກປະເທດອັງກິດ ຈູ໋ດ ທຣຳ ທີ່ໂຄຈອນມາພົບກັບ ມາກ ອັລເລ ມືວາງອັນດັບ 5 ຂອງໂລກຈາກປະເທດໄອແລນເໜືອ
ໃນການແຂ່ງຂັນທັງສອງໄດ້ສະແດງຄວາມສາມາດໄດ້ຢ່າງສູສີ ອາດຈະເບິ່ງຄືວ່າເປັນເກມທີ່ງ່າຍສໍາລັບ ມາກ ອັລເລ, ຫລັງຈາກຕີບາດດຽວ 5 ເຟຣມລວດຕິດຕໍ່ກັນ ກ່ອນທີ່ຈະຈົບການແຂ່ງຂັນຄັ້ງທໍາອິດດ້ວຍການນໍາ 6-2 ເຟຣມ
ແຕ່ຫລັງຈາກນັ້ນ ຈູ໋ດ ທຣຳ ໄດ້ເຮັດໃຫ້ແຟນໆໄດ້ລຸ້ນອີກຄັ້ງໂດຍການກົດໄປ 4 ເຟຣມຕິດຕໍ່ກັນ ເຮັດໃຫ້ຜົນດັ່ງກ່າວກັບມາສະເໝີກັນຢູ່ທີ່ 8-8 ເຟຣມ ແລະ ສະຖານະການເກມຍັງສະເໝີກັນອີກ 9-9 ຈົນຕ້ອງມີການຕັດສິນໃນເກມສຸດທ້າຍ
ໃນທີ່ສຸດກໍເປັນ ມາກ ອັລເລ ທີ່ຄວ້າແຊ໊ມ ເວີລ ກຣັງປຣີ ຄວ້າເງິນລາງວັນໄປ 1 ແສນປອນ ແລະ ຍັງໄດ້ຮັບເງິນອີກ 10,000 ປອນ ຈາກການເຮັດເບຣກສູງສຸດຂອງທົວນາເມັນ 141 ຄະແນນ
ຫລັງຈາກຊະນະການແຂ່ງຂັນນີ້, ມາກ ອັລເລ ຄວ້າແຊ້ມໄດ້ເປັນລາຍການທີ 3 ໃນ 4 ການແຂ່ງຂັນໃຫຍ່ຂອງປີ. ຍ້າຍຈາກອັນດັບ 5 ຂອງໂລກມາຢູ່ອັນດັບ 3 ຂອງໂລກ, ເປັນຮອງແຕ່ນັກສະນຸກເກີພຽງແຕ່ສອງຄົນຄື ມາກ ເຊລບີ ໃນອັນດັບສອງ ແລະ ຣອນນີ່ ໂອຊຸລລີແວນ ໃນອັນດັບໜຶ່ງເທົ່ານັ້ນ.