ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ

ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ - 569 - ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ
ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ - kitchen vibe - ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ

ທ່ານ ຄຳພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫລວງວຽງຈັນ ໄດ້ສະເໜີວຽກຈຸດສຸມທີ່ຕ້ອງປະຕິບັດໃນປີ 2023 ຕໍ່ການສຳມະນາບັນດາໜ້າວຽກຈຸດສຸມເກັບລາຍຮັບເຂົ້າງົບປະມານແຫ່ງລັດປະ ຈຳປີ 2023 ຂອງສ່ວຍສາອາກອນທົ່ວນະຄອນຫລວງວຽງຈັນ ວ່າ: ປີ 2022 ຜ່ານມາ, ການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ຕິດພັນຂະແໜງສ່ວຍສາອາກອນໄດ້ລະບຸຈະແຈ້ງຢູ່ໃນຄໍາສັ່ງຂອງນາຍົກເລກທີ 18 ກໍຄືການຂະຫຍາຍຖານລາຍຮັບ, ການຕ້ານການຮົ່ວໄຫລ ແລະ ການຫັນເປັນທັນສະໄໝ ແລະ ໄດ້ຜັນຂະຫຍາຍນິຕິກຳຫລາຍສະບັບຂອງກະຊວງການເງິນ ກໍຄືກົມສ່ວຍສາອາກອນເປັນອັນສະເພາະຮັບໃຊ້ໃຫ້ແກ່ພະນັກງານ ແລະ ໃຫ້ຜູ້ປະກອບການທີ່ຕົນຄຸ້ມຄອງເປັນຕົ້ນແນະນຳການຄຸ້ມຄອງລາຍຮັບ, ອອກແບບຟອມແນະນຳຫົວໜ່ວຍທຸລະກິດໃຫ້ຮູ້ແຈ້ງເສຍອາກອນໂດຍຕົນເອງ, ລະບຽບ, ກົນໄກການປະຕິບັດກົດໝາຍອາກອນມູນຄ່າເພີ່ມ, ການຄິດໄລ່ອາກອນຈາກການກໍ່ສ້າງ-ສ້ອມແປງ, ວິທີຄິດໄລ່ອາກອນລາຍໄດ້ຈາກການໂອນສິດນຳໃຊ້ທີ່ດິນ ແລະ ອື່ນໆທັງພວມຄົ້ນຄວ້າອອກຄຳແນະນຳຈາກກິດຈະການຫວຍ, ໂຮງຮຽນເອກະຊົນ, ກິດຈະການຂົນສົ່ງ-ຄ່ຽນຖ່າຍ ຕື່ມອີກ.

ຫົວໜ້າສ່ວຍສາອາກອນ ນະຄອນຫວງວຽງຈັນ ກ່າວອີກວ່າ:ປີ 2023 ມີ 25 ວຽກຈຸດສຸມຕ້ອງແກ້ໄຂໃຫ້ສຳເລັດ 100% ເປັນຕົ້ນການຈັດປະເພດວິສາຫະກິດ, ການເອົາຫົວໜ່ວຍເຂົ້າລະບົບ TaxRIS, ຫົວໜ່ວຍຄ້າງໃນລະບົບຮ່ວມກັບການຄ້າ, ມາດຕະການຕໍ່ຫົວໜ່ວຍບໍ່ມາແຈ້ງ, ແຈ້ງຕໍ່າ, ແຈ້ງສູນ, ເຊື່ອງອຳລາຍຮັບ, ການຂະຫຍາຍຖານອາກອນມູນຄ່າເພີ່ມ, ການຕິດຕັ້ງຕັ້ງບັນຊີທຸກຫົວໜ່ວຍເຊື່ອມຕໍ່ລະບົບ TaxRIS, ໃບເກັບເງິນ, ຊອກທ່າແຮງບົ່ມຊ້ອນ ກິດຈະການຫວຍ, ໂຮງຮຽນເອກະຊົນ, ຂົນສົ່ງຄ່ຽນຖ່າຍ (ອມພ ຂົນ ສົ່ງ),  ເຂດເສດຖະກິດພິເສດ, ການກວດກາໄລ່ລຽງຄົບຊຸດ, ການຫັນເປັນທັນສະໄໝຢູ່ແຕ່ລະເມືອງ, ຊັບສິນ, ພາສີທີ່ດິນ, ຄ່າທາງ, ການເງິນບ້ານ.

ການຈະປະສົບຜົນສຳເລັດບັນດາໜ້າວຽກນັ້ນ, ຕ້ອງແກ້ໄຂບຸກຄະລາກອນ ໂດຍການຝຶກອົບຮົມ, ຮຽນຮູ້ວິຊາສະເພາະ, ສະກັດກັ້ນປາກົດການຫຍໍ້ທໍ້ຂອງພະນັກງານ, ໜີ້ສິນ, ການກວດສອບ, ບັນຫາລວມສູນສາຍຕັ້ງ, ການຄຸ້ມຄອງບໍລິສັດຂາອອກ-ຂາເຂົ້າ, ຄຸ້ມຄອງລາຍຮັບ, ກິດຈະການຮ້ານອາຫານ, ເຮືອນພັກ, ບໍລິການຕ່າງໆ ທີ່ບໍລິສັດມາຮັບບໍລິການໃຫ້ເຂົ້າລະບົບແບບບັງຄັບ, ການແບ່ງຂັ້ນຄຸ້ມຄອງຫົວໜ່ວຍຈາກເມືອງມານະຄອນຫລວງ, ຈາກນະຄອນຫລວງໄປເມືອງ, ແຂວງນໍາອີກ.

ຫົວໜ້າສ່ວຍສາອາກອນ ນະຄອນຫວງວຽງຈັນ ໄດ້ຮຽກຮ້ອງພະນັກງານພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານປີ 2023 ບັນລຸຄາດໝາຍທີ່ກຳນົດໄວ້.

ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ - 5 - ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ
ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ - 3 - ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ
ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ - 4 - ນະຄອນຫລວງວຽງຈັນ ຫັນການເກັບລາຍຮັບສ່ວຍສາອາກອນສູ່ຄວາມທັນສະໄໝ