ກຽມໜາວອີກຮອບ ອຸຕຸເຕືອນ! 25 ຫາ 29 ມັງກອນນີ້ ອຸນຫະພູມຢູ່ແຕ່ລະພາກຈະຫຼຸດລົງ 1-3 ອົງສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະ ວັນທີ 23 ຫາ 29 ມັງກອນ 2023 ວ່າ: ໄລຍະວັນທີ 23 ຫາ 24 ມັງກອນນີ້ ຄວາມກົດດັນສູງຂອງອາກາດໜາວເຢັນຈະອ່ອນກໍາລັງລົງປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກ-ຕາເວັນອອກສຽງເໜືອ ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດອຸ່ນຂື້ນຢູ່ແຂວງພາກກາງ ແລະ ພາກໃຕ້, ແຕ່ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ.
ຈາກນັ້ນວັນທີ 25 ຫາ 29 ມັງກອນ 2023 ມວນອາກາດເຢັນທີ່ປະເທດຈີນຈະມີກໍາລັງແຮງ ພັດມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບກະແສລົມຕາເວັນອອກສຽງເໜືອພັດປົກຄຸມດ້ວຍກໍາລັງປານກາງ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນລົງ 1 ຫາ 3 ອົງສາ ຢູ່ທົ່ວໄປຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍຢູ່ແຂວງພາກເໜືອ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ.