ບໍ່ອອມມື! ເອັມປັບເປ້ ຍິງ 5 ລູກ ພາເປເເອສເຊ ຖະຫລົ່ມທີມສະໜັກຫລິ້ນ ໃນເຟຣນຄັບ 7-0

ວັນທີ 24 ມັງກອນ 2023, ຄວາມເຄື່ອນໄຫວກ່ອນການແຂ່ງຂັນເຕະບານຝຣັ່ງ ຄັບ ລະດູການ 2023 ຮອບ 32 ທີມສຸດທ້າຍ ໃນຄືນວັນຈັນທີ່ຜ່ານມາ ປາຣີ ແຊັງ-ແຊັກແມັງ ບຸກບຸກໄປຖະຫລົ່ມມ ເປອີ ເດີ ແກສເຊລ ທີມລະດັບສະໝັກຫລິ້ນ ຢູ່ໃນດີວິຊັ້ນ 6 ຂອງປະເທດ 7-0 ຜ່ານເຂົ້າຮອບ 16 ທີມສຸດທ້າຍໄດ້ສຳເລັດ.
ໃນເກມນີ້ ຄຣິສຕອຟ ກັລຕິເຢ ຄູຝຶກຂອງ ປາຣີ ແຊັງ-ແຊັກແມັງ ຈັດທີມແບບບໍ່ມີອອມມືວົ່ງ ຄີລຽນ ເອັມບັບເປ ແລະ ເນມາ ເປັນຕົວບຸກຕົວຈິງ ແລະ ມີ ເຊີຈີໂອ ຣາມອສ ຢືນຄຸມເກມຮັບ, ເອັມບັບເປ ໃຊ້ເວລາພຽງ 11 ນາທີ ໃນການຍິງແຮດທຣິກ (29, 34, 40) ກ່ອນທີ່ຈະຍິງອີກ 2 ປະຕູໃນນາທີ 56 ແລະ 79, ເຮັດໃຫ້ ເອັມປັບເປ້ ກາຍເປັນນັກເຕະຄົນທຳອິດໃນປະຫວັດສາດຂອງ ເປເເອສເຊ ທີ່ຍິງໄດ້ 5 ປະຕູ ແລະ ຖືເປັນຄັ້ງທຳອິດໃນອາຊີບຂອງລາວເຊັ່ນກັນ.
ສ່ວນອີກ 2 ປະຕູແມ່ນມາຈາກ ເນມາ ໃນນາທີ 33 ແລະ ກາລອສ ໂຊເລ ໃນນາທີ 64 ຂະນະທີ່ ເປເເອສເຊ ກາຍເປັນທີມສຸດທ້າຍຜ່ານເຂົ້າຮອບ 16 ທີມສຸດທ້າຍຂອງ ຝຣັ່ງ ຄັບ ໄດ້ສຳເລັດ.