ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງ ຖວທ ເອົາໃຈໃສ່ 6 ວຽກງານຕໍ່ໜ້າ ເພື່ອໃຫ້ຈຸດອ່ອນແລະ ຂໍ້ຄົງຄ້າງຫລຸດນ້ອຍຖອຍລົງ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງ ຖວທ ເອົາໃຈໃສ່ 6 ວຽກງານຕໍ່ໜ້າ ເພື່ອໃຫ້ຈຸດອ່ອນແລະ ຂໍ້ຄົງຄ້າງຫລຸດນ້ອຍຖອຍລົງ - IMG 2011 - ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງ ຖວທ ເອົາໃຈໃສ່ 6 ວຽກງານຕໍ່ໜ້າ ເພື່ອໃຫ້ຈຸດອ່ອນແລະ ຂໍ້ຄົງຄ້າງຫລຸດນ້ອຍຖອຍລົງ
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງ ຖວທ ເອົາໃຈໃສ່ 6 ວຽກງານຕໍ່ໜ້າ ເພື່ອໃຫ້ຈຸດອ່ອນແລະ ຂໍ້ຄົງຄ້າງຫລຸດນ້ອຍຖອຍລົງ - kitchen vibe - ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງ ຖວທ ເອົາໃຈໃສ່ 6 ວຽກງານຕໍ່ໜ້າ ເພື່ອໃຫ້ຈຸດອ່ອນແລະ ຂໍ້ຄົງຄ້າງຫລຸດນ້ອຍຖອຍລົງ

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບວຽກງານກະຊວງຖະເເຫລງຂ່າວ ວັດທະນະທໍາ ເເລະ ທ່ອງທ່ຽວ ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ທີ່ສໍາເລັດລົງໃນວັນທີ 24 ມັງກອນ 2023 ຢູ່ຫໍວັດທະນະທໍາເເຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ກິເເກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມໄດ້ໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານເຄື່ອນໄຫວໃນໜຶ່ງປີຜ່ານມາ ແມ່ນມີຢ່າງຫລວງຫລາຍເປັນການຢັ້ງຢືນເຖິງຄວາມຮັບຜິດຊອບ, ຄວາມເອົາໃຈໃສ່, ເຮັດຫລອນໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້;ອີກເທື່ອໜຶ່ງ, ແຕ່ໄປຄຽງຄູ່ກັບຜົນງານທີ່ຜ່ານໄດ້ນັ້ນກໍປາສະຈາກບໍ່ໄດ້ເຖິງຈຸດອ່ອນ ແລະ ຂໍ້ຄົງຄ້າງ ຈຳນວນໜຶ່ງ ທີ່ຕ້ອງພ້ອມກັນເອົາໃຈໃສ່ໃນການປັບປຸງ ແລະ ຊອກຫາວິທີທາງແກ້ໄຂ ສິ່ງເຫລົ່ານັ້ນໃຫ້ຫລຸດນ້ອຍຖອຍລົງເທື່ອລະກ້າວ. ພ້ອມນີ້ກໍຂໍເນັ້ນໃຫ້ຂະແໜງການວຽກງານຖະແຫລງຂ່າວ, ວັດທະນະທຳ  ແລະ ທ່ອງທ່ຽວ ເອົາໃຈໃສ່ໃນຕໍ່ໜ້າດັ່ງນີ້:

1. ໃຫ້ຄະນະພັກ-ຄະນະນໍາ ທຸກຂັ້ນຕ້ອງຖືເອົາການນໍາພາການເມືອງແນວຄິດເປັນບັນຫາສໍາຄັນ, ຕິດພັນກັບການເອົາໃຈໃສ່ຄົ້ນຄວ້າ ແລະ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ-ລັດ ວາງອອກໃຫ້ເລິກເຊິ່ງ, ມີຄວາມເປັນເອກະພາບທາງດ້ານແນດຄິດ ຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ ເພື່ອພ້ອມກັນນໍາພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ການບໍລິຫານຄຸ້ມຄອງລັດ ສອດຄ່ອງກັບການຈັດຕັ້ງປະຕິບັດ ແຜນດຳເນີນງານຕ່າງໆ ຜ່ານປະຕູດຽວ ໃຫ້ເປັນລະບົບແຕ່ສູນກາງລົງຮອດທ້ອງຖິ່ນ ຕາມແຜນການທີ່ວາງໄວ້.

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງ ຖວທ ເອົາໃຈໃສ່ 6 ວຽກງານຕໍ່ໜ້າ ເພື່ອໃຫ້ຈຸດອ່ອນແລະ ຂໍ້ຄົງຄ້າງຫລຸດນ້ອຍຖອຍລົງ - Visit Laos Visit SALANA BOUTIQUE HOTEL - ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງ ຖວທ ເອົາໃຈໃສ່ 6 ວຽກງານຕໍ່ໜ້າ ເພື່ອໃຫ້ຈຸດອ່ອນແລະ ຂໍ້ຄົງຄ້າງຫລຸດນ້ອຍຖອຍລົງ

2. ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງ ແລະ ການກໍ່ສ້າງບຸກຄາລະກອນ ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບໜ້າວຽກຕົວຈິງ, ຍົກລະດັບຄວາມຮູ້ ຄວາມສາມາດ ຂອງ ພະນັກງານ-ລັດຖະກອນ ທາງດ້ານທິດສະດີ ແລະ ວິຊາສະເພາະ ເພື່ອຮັບໃຊ້ໜ້າທີ່ການເມືອງ ໄປຕາມທິດພະນັກງານສືບທອດປ່ຽນແທນແຕ່ລະໄລຍະ, ກວດກາ ເບິ່ງຄືນບ່ອນໃດ ພະນັກງານເຫລືອບໍ່ພໍ, ພະນັກງານບໍ່ມີຄຸນນະພາບ ກໍຕ້ອງແກ້ໄຂໃຫ້ໄວ, ຄຽງຄູ່ກັບການສັບຊ້ອນຈັດວາງ, ຍົກຍ້າຍພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ແລະ ແທດເໝາະກັບຄວາມຮູ້, ຄວາມສາມາດວິຊາສະເພາະ ຜູ້ໜຶ່ງຕ້ອງເຮັດໄດ້ຫລາຍວຽກ ຍ້ອນປັດຈຸບັນໂກຕ້າພະນັກງານ-ລັດຖະກອນພວກເຮົາມີຈຳກັດຫລາຍ.

3. ເອົາໃຈໃສ່ຄົ້ນຄວ້າ ການສ້າງກົດໝາຍ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ເພື່ອເປັນເຄື່ອງມື ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຖືວ່າເປັນວຽກງານຈຸດສຸມອັນໜຶ່ງທີ່ກະຊວງພວກເຮົາຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ ເບິ່ງຄືນວ່າ ມາຮອດປັດຈຸບັນພວກເຮົາມີກົດໝາຍຈັກສະບັບ ແລະ ລະບຽບການອັນໃດແດ່ແລ້ວ ທີ່ນຳໃຊ້ເຂົ້າໃນວຽກງານຕົວຈິງ ແລະ ມີຄວາມແທດເໝາະແລ້ວບໍ? ຫຼື ມີຄວາມຈຳເປັນຕ້ອງໄດ້ປັບປຸງ, ອັນໃດບໍ່ທັນມີ ຈະຕ້ອງໄດ້ສ້າງຂຶ້ນໃໝ່ ເພື່ອນຳສະເໜີໄປຫາລັດຖະບານ ພິຈາລະນາ.

4. ເອົາໃຈໃສ່ ປັບປຸງຍົກລະດັບວຽກງານສື່ມວນຊົນ ໃຫ້ທັນສະໄໝ ດ້ວຍການຫັນປ່ຽນ ຈາກລະບົບອະນາລັອກ ໄປສູ່ລະບົບດິຈິຕອລ, ການຂະຫຍາຍຕາໜ່າງໂທລະໂຄ່ງໄປສູ່ຊຸມຊົນທ້ອງຖິ່ນ ເຂດຫ່າງໄກສອກຫຼີກໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ນໍາໃຊ້ສື່ແບບໃໝ່ໃຫ້ຫລາຍຂຶ້ນ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຕອບຕ້ານການໂຄສະນາສິ່ງທີ່ບິດເບືອນຂໍ້ມູນຕົວຈິງ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງເນື້ອຫາສາລະຂອງບົດຂ່າວ, ບົດຄວາມ, ບົດສາລະຄະດີ ແລະ ລາຍການບັນເທີງຕ່າງໆ ຕ້ອງໃຫ້ມີເນື້ອໃນ ໂນມນ້າວ, ດືງດູດ, ຈູງໃຈຜູ້ອ່ານ, ຜູ້ຊົມ ແລະ ຜູ້ຟັງ; ຄົ້ນຄວ້າປະຕິບັດນະໂຍບາຍຍ້ອງຍໍສັນລະເສີນບຸກຄົນ, ສັງຄົມ ແລະ ໜ່ວຍງານ ທີ່ມີຜົນງານດີເດັ່ນ ຕາມຄວາມເປັນຈິງ; ບໍາລຸງສ້າງພະນັກງານໃນຖັນແຖວສື່ມວນຊົນ ທາງດ້ານເຕັກນິກວິຊາການ ແລະ ຈັນຍາບັນຂອງສື່ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມທັງຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ.

5. ເອົາໃຈໃສ່ຊຸກຍູ້ສົ່ງເສີມ ຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ຕ້ອງມີຄຸນນະພາບຢ່າງແທ້ຈິງ, ເສີມຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລ ດ້ານຈິດໃຈຂອງສັງຄົມ ບົນພື້ນຖານການອະນຸລັກຟື້ນຟູ ວັດທະນະທໍາ, ຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ຂອງເຜົ່າ ໄປພ້ອມກັບການແກ້ໄຂ-ຕີຖອຍສິ່ງຫຼ້າຫຼັງງົມງວາຍ; ສົ່ງເສີມເອກະລັກດ້ານສິລະປະວັນນະຄະດີ, ພູມປັນຍາເຂົ້າໃນການສ້າງຜະລິດຕະພັນວັດທະນະທໍາ ໃຫ້ມີຫຼາກຫລາຍສີສັນ-ຫລາຍຮູບແບບ; ເສີມຂະຫຍາຍ, ປົກປັກຮັກສາ, ຄຸ້ມຄອງ ມໍຣະດົກວັດທະນະທໍາຂອງຊາດ ໂດຍສະເພາະແມ່ນສຸມໃສ່ການນໍາສະເໜີເອົາພູຫີນ ໜາມໜໍ່, ຟ້ອນລໍາວົງລາວ ແລະ ສີ້ນລາຍນາກລາວ ເຂົ້າເປັນມໍຣະດົກໂລກ; ນອກຈາກນີ້ຕ້ອງໄດ້ກໍ່ສ້າງພະນັກງານ ຜູ້ທີ່ມີພອນສະຫວັນ ທາງດ້ານວັດທະນະທໍາ ໃຫ້ມີການພັດທະນາດີຂຶ້ນ, ໄປຄຽງຄູ່ກັບການປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຜົນງານຢ່າງສົມເຫດສົມຜົນ ແລະ ຖືກຕ້ອງຕາມຄວາມເປັນຈິງ.

6. ເອົາໃຈໃສ່ໂຄສະນາ, ພັດທະນາ, ຄຸ້ມຄອງ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ, ທ່ອງທ່ຽວກະສິກໍາ ແລະ ການທ່ອງທ່ຽວແບບຍືນຍົງ ປະຊາຊົນມີສ່ວນຮ່ວມ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດ ຈັດຕັ້ງປະຕິບັດ ແຜນຟື້ນຟູການທ່ອງ ທ່ຽວພາຍຫຼັງທີ່ໄດ້ເປີດປະເທດ, ຊຸກຍູ້ແນະນໍາບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການສະຖານທີ່ພັກແຮມ, ຮ້ານອາຫານ ໃຫ້ມີຄຸນນະພາບ, ສ້າງກິດຈະກຳ ແລະ ຜະລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫຼາກຫລາຍ ຕິດພັນກັບການທ່ອງທ່ຽວວັດທະນະທຳຂອງບັນດາເຜົ່າ ແລະ ກະສິກຳ ເພື່ອສົ່ງເສີມການທ່ອງທ່ຽວ “ ລາວທ່ຽວລາວ ຊົມໃຊ້ຜະລິດຕະພັນລາວ ” ແລະ ຄຸ້ມຄອງບັນດາຫົວໜ່ວຍທຸລະກິດຕ່າງໆ ໃຫ້ເຂົ້້າສູ່ລະບຽບການ.

 

 

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງ ຖວທ ເອົາໃຈໃສ່ 6 ວຽກງານຕໍ່ໜ້າ ເພື່ອໃຫ້ຈຸດອ່ອນແລະ ຂໍ້ຄົງຄ້າງຫລຸດນ້ອຍຖອຍລົງ - 3 - ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງ ຖວທ ເອົາໃຈໃສ່ 6 ວຽກງານຕໍ່ໜ້າ ເພື່ອໃຫ້ຈຸດອ່ອນແລະ ຂໍ້ຄົງຄ້າງຫລຸດນ້ອຍຖອຍລົງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!