ກອງພັນນ້ອຍ 414 ທະຫານແຂວງອຸດົມໄຊ ສຸມໃສ່ການປູກຝັງ-ລ້ຽງສັດ ສ້າງລາຍຮັບເຂົ້າກົມກອງ


ແຫລ່ງຂ່າວແຂວງອຸດົມໄຊ ລາຍງານວ່າ: ກອງພັນນ້ອຍ 414 ນອກຈາກຈະເຮັດວຽກຕາມພາລະບົດບາດຂອງຕົນແລ້ວ ຍັງໄດ້ເອົາໃຈໃສ່ເຂົ້າໃນການເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ເພື່ອສະໜອງໃຫ້ແກ່ເຮືອນຄົວພາຍໃນກົມກອງ ແລະ ສ້າງລາຍຮັບໃຫ້ຕົນເອງຕື່ມອີກ.
ທ່ານ ພັນໂທ ໄພວັນ ປັນຍາສິດ ຫົວໜ້າການເມືອງກອງພັນນ້ອຍ 414 ທະຫານ ໃຫ້ສໍາພາດວ່າ: ພາຍໃນກອງພັນນ້ອຍ 414 ນອກຈາກຈະເຄື່ອນໄຫວຫນ້າທີ່ເຮັດໃຫ້ສະພາບມີຄວາມສະຫງົບແລ້ວ ຍັງໄດ້ເຮັດໜ້າທີ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານທະຫານ ໂດຍການລະດົມໃຫ້ພົນທະຫານປູກຜັກສວນຄົວ ເພື່ອສະໜອງໃຫ້ແກ່ເຮືອນຄົວ ແລະ ຂາຍໃຫ້ກັບປະຊາຊົນໃນເຂດໃກ້ຄຽງເພື່ອສ້າງລາຍຮັບເຂົ້າກົມກອງ ແລະ ສ່ວນບຸກຄົນຕື່ມອີກ. ສຳລັບການປູກ, ການລ້ຽງຂອງກົມກອງ ກໍເພື່ອຕອບສະໜອງ ໃນຖັ້ນແຖວກໍາລັງປະກອບອາວຸດ ໂດຍສະເພາະແມ່ນກຳລັງທະຫານ ທີ່ຢູ່ຫ່າງໄກຈາກຕົວເມືອງ ຫລຸດຜ່ອນລາຍຈ່າຍໃນການອອກຕະຫລາດ ທີ່ພົ້ນເດັ່ນແມ່ນການປູກຜັກຂອງກົມກອງ ແມ່ນໄດ້ຂາຍໃຫ້ກັບປະຊາຊົນສ້າງລາຍຮັບເຂົ້າກົມກອງໄດ້ຫລາຍພໍສົມຄວນ.


ສ່ວນແຜນໃນຕໍ່ໜ້າແມ່ນຈະໄດ້ປຸກລະດົມອ້າຍນ້ອງທະຫານໃຫ້ປູກຜັກ ພັນທະໃຫ້ເຮືອນຄົວໄດ້ຢ່າງເປັນປົກກະຕິ ແລະ ຈະຂະຫຍາຍເຮືອນຮົ່ມອອກຕື່ມເພື່ອໃຫ້ພຽງພໍກັບກຳລັງ ແລະ ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ເຊິ່ງປັດຈຸບັນ ມີເຮືອນຮົມສຳລັບປູກຜັກທັງໝົດ 5 ຫລັງ, ປູກມັນຕົ້ນ 2 ເຮັກຕາ, ກ້ອຍ, ໝາກນັດ, ມີດິນປູກຫຍ້າ 16 ເຮັດຕາ ມີງົວຈຳນວນ 6 ໂຕ ມີໜອງປາ 5 ໜອງ, ລ້ຽງກົບ, ປາດຸກ, ໄກ່ພັນ ແລະ ເປັດໄກ່ທີ່ສ່ວນບຸກຄົນລ້ຽງຈຳນວນໜຶ່ງ. ເຮັດໃຫ້ດ້ານສະບຽບອາຫານແມ່ນສາມາດກຸ້ມຕົນເອງ ຫລຸດຜ່ອນການອອກຕະຫລາດ ໄດ້ຫລາຍສົມຄວນ. ຄຽງຄູ່ກັນນີ້ກອງພັນນ້ອຍ 414 ຍັງໄດ້ເລັ່ງໃສ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງກົມກອງຮາກຖານປະຊາຊົນໃນເຂດທີ່ຕົນຮັບຜິດຊອບ ປັບປຸງກົມກອງ, ປັບປຸງພື້ນຖານປະຊາຊົນເຂດຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ.
ທັງນີ້ກໍເພື່ອປະຕິບັດຕາມທິດຊີ້ນຳຂອງ ກົມໃຫຍ່ພາລາ ທີ່ໄດ້ຊີ້ນໍາໃຫ້ກໍາລັງທະຫານໃນທົ່ວປະເທດເພີ່ມພູນຜະລິດຜົນເພິ່ງຕົນເອງ, ກຸ້ມຕົນເອງໃນດ້ານສະບຽງອາຫານ ໂດຍສະເພາະເຂດຫ່າງໄກສອກຫລີກ ຈຶ່ງຈໍາເປັນໃນການປູກ ການລ້ຽງໃຫ້ຫລາຍ ໂດຍໄດ້ກຳນົດໃຫ້ຄົນໜຶ່ງຕ້ອງປູກຜັກ ສົ່ງເຮືອນຄົວລວມ 120 ກິໂລ ຕໍ່ຄົນຕໍ່ປີ ແຕ່ ກອງພັນນ້ອຍ 414 ທະຫານແຂວງອຸດົມໄຊ ມີຄວາມດຸໝັ່ນພາກພຽນສາມາດສົ່ງໃຫ້ເຮືອນຄົວລວມໄດ້ຕາມກຳນົດ ແລະ ເຫລືອຂາຍໃຫ້ກັບປະຊາຊົນ ເພື່ອສ້າງລາຍຮັບເຂົ້າກົມກອງ ແລະ ຕົນເອງຕື່ມອີກ.