ປ້າຍ ແລະ ອັກສອນລາວ ເປັນໜຶ່ງໃນບັນຫາ ທີ່ພາກສ່ວນກ່ຽວຂ້ອງຈະຕ້ອງເຂັ້ມງວດແກ້ໄຂ ໃຫ້ເຂັ້ມງວດ ແລະ ເດັດຂາດ

ເມື່ອບໍ່ດົນມານີ້ ປາກົດການອັນເປັນບັນຫາຕໍ່ຂະແໜງການວັດທະນະທຳ ແລະ ທ່ອງທ່ຽວ ຄົງບໍ່ເວັ້ນໄດ້ບັນຫາເລື່ອງປ້າຍ ເຊັ່ນ ປ້າຍໂຄສະນາ, ປ້າຍເຮືອນພັກ, ໂຮງແຮມ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ແມ່ນການຕິດຕັ້ງປ້າຍບໍ່ສອດຄ່ອງ ບໍ່ຖືກຈຸດ, ຂຽນພາສາລາວບໍ່ຖືກ, ຂຽນພາສາຕ່າງປະເທດໃຫຍ່ກວ່າພາສາລາວ ບາງບ່ອນມີແຕ່ພາສາຕ່າງປະເທດລ້ວນໆກໍມີ ແລະ ບັນຫາອື່ນໆອີກຫລາຍບັນຫາ ອັນເປັນຫາງສຽງສັງຄົມ.
ຕາມລະບຽບການທີ່ກຳນົດອອກມາ ປ້າຍທຸກປະເພດທີ່ໃຊ້ຢູ່ ສປປ ລາວ ຕ້ອງເອົາພາສາລາວເປັນຕົ້ນຕໍ ແລະ ຂຽນ ຫລື ພິມໃຫ້ຖືກຕ້ອງຕາມໄວຍາກອນລາວ, ຂຽນ ຫລື ພິມພາສາລາວຢູ່ເທິງ ຫລື ເບື້ອງຊ້າຍມື, ພາສາຕ່າງປະເທດໃດໜຶ່ງຢູ່ເບື້ອງຂວາມື, ຂຽນ ຫລື ພິມພາສາລາວໃຫຍ່ກວ່າ, ສ່ວນພາສາຕ່າງປະເທດບໍ່ໃຫ້ກາຍສອງສ່ວນສາມຂອງພາສາລາວ ຍົກເວັ້ນປ້າຍທາງລັດຖະການເຊັ່ນ ປ້າຍສະຖານທູດ, ສຳນັກງານຜູ້ຕາງໜ້າ, ພິທີຕ້ອນຮັບຄະນະຜູ້ແທນທາງການ ຫລື ພິທີສະຫລອງວັນສຳຄັນທາງລັດຖະການຂອງຕ່າງປະເທດ ໂດຍເນື້ອໃນທີ່ຂຽນເປັນພາສາລາວ ແລະ ພາສາຕ່າງປະເທດຕ້ອງມີຄວາມໝາຍດຽວກັນ.
ກ່ອນໜ້ານີ້ ເຄີຍໄດ້ຍົກເລື່ອງນີ້ຂຶ້ນມາເປັນບັນຫາສ່ອງແສງແລ້ວ ເຊິ່ງຈາກການຕິດຕາມເຫັນວ່າ ມີພາກສ່ວນກ່ຽວຂ້ອງໄດ້ຕິດຕາມກວດກາ, ປະຕິບັດຕໍ່ຜູ້ລະເມີດ, ບໍ່ຖືກຕ້ອງ-ສອດຄ່ອງດຳລັດວ່າດ້ວຍ ປ້າຍ ຫລື ລະບຽບການອື່ນໆ ແລ້ວກໍຕາມ ແຕ່ການແກ້ໄຂຍັງບໍ່ທັນທົ່ວເຖິງ ແລະ ບໍເດັດຂາດ ເຊິ່ງອາດເວົ້າແບບແປນໆວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ.
ເຖິງຢ່າງໃດກໍຕາມ ບັນຫານີ້ບໍ່ແມ່ນຖືກປ່ອຍປະລະເລີຍ ແລະ ພາກລັດກໍໄດ້ໃຫ້ຄວາມສຳຄັນບໍ່ໜ້ອຍກວ່າບັນຫາອື່ນໆ ຫລ້າສຸດ ໃນກອງປະຊຸມສະຫລຸບວຽກງານຂອງກະຊວງ ຖວທ ທົ່ວປະເທດ ປີ 2022 ແລະ ວາງທິດທາງແຜນການປີ 2023 ທີ່ຈັດຂຶ້ນແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 24 ມັງກອນ 2023 ຜ່ານມານີ້ ໄດ້ມີການຍົກບັນຫາ ແລະ ຍົກໃຫ້ວຽກງານແກ້ບັນຫາການຄຸ້ມຄອງປ້າຍໂຄສະນາຕ່າງໆ ເປັນຕົ້ນເນື້ອໃນປ້າຍໂຄສະນາຍັງຂຽນພາສາລາວບໍ່ຖືກຕ້ອງ ເປັນໜຶ່ງໃນວຽກງານຈຸດສຸມຂອງຂະແໜງການ ຖວທ ຄຽງຄູ່ກັບການປົກປັກຮັກສາ ແລະ ຊຸກຍູ້ສົ່ງເສີມວັດທະນະທໍາ ທັງນີ້ກໍເພື່ອການກຽມຄວາມພ້ອມດ້ານການທ່ອງທ່ຽວເພື່ອຕ້ອນ ຮັບນັກທ່ອງທ່ຽວພາຍຫລັງເປີດປະເທດ ເປັນຕົ້ນການຍົກລະດັບຄຸນນະພາບຜະລິດຕະພັນການທ່ອງທ່ຽວ, ການບໍລິການໄປຕາມທິດສີຂຽວ ແລະ ຍືນຍົງ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ຈາກຂ່າວທີ່ຍົກຂຶ້ນມາ ເຫັນໄດ້ວ່າ ວຽກງານການແກ້ໄຂບັນຫາເລື່ອງປ້າຍຕ່າງໆ ເປັນວຽກງານຈຸດສຸມໜຶ່ງຂອງພາກລັດທີ່ຈະເຂັ້ມງວດ ແກ້ໄຂ ແລະ ເດັດຂາດ ເພື່ອຄວາມເອກອ້າງທະນົງໃຈຕໍ່ພາສາລາວອັນເປັນພາສາທີ່ຄົນລາວພາກພູມໃຈ ທຸກຄົນຕ້ອງມີສ່ວນຮ່ວມໃນການປົກປັກຮັກສາບໍ່ໃຫ້ສູນເສຍໄປຕາມການເວລາ, ຫວັງຢ່າງຍິ່ງວ່າ ວຽກງານດັ່ງກ່າວນີ້ຈະບັນລຸຕາມຄາດໝາຍທີ່ຕັ້ງໄວ້ໂດຍໄວ ເຊິ່ງພວກເຮົາຕ້ອງໄດ້ຕິດຕາມຕອນຕໍ່ໄປ.