ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ

ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ - 327426319 1349576925877770 735393756024533213 n - ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ
ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ - kitchen vibe - ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ

ໃນລະຫວ່າງວັນທີ 16-22 ມັງກອນຜ່ານມາ ຄະນະຜູ້ແທນລາວ ນໍາໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ລັດຖະມົນຕີກະສິກຳໂລກ ຄັ້ງທີ 15 ແລະ ງານສັບປະດາສີຂຽວ ທີ່ ນະຄອນຫຼວງເບີລິນປະເທດເຢຍລະມັນ ຊຶ່ງການເຂົ້າຮ່ວມຄັ້ງນີ້ ແມ່ນຈາກການເຊື້ອເຊີນຂອງກະຊວງສະບຽງອາຫານ ແລະ ກະສິກຳປະເທດເຢຍລະມັນ, ພາຍໃຕ້ຄໍາຂວັນ “ການຫັນປ່ຽນລະບົບອາຫານໂລກໃຫ້ມີຈຸດສຸມ”.

ການເດີນທາງເຂົ້າຮ່ວມກອງປະຊຸມ ແລະ ງານດັ່ງກ່າວ, ຄະນະຜູ້ແທນລາວ ໄດ້ພົບປະສອງຝ່າຍ ກັບ ກະຊວງພັດທະນາ ແລະ ຮ່ວມມື ດ້ານເສດຖະກິດ ແຫ່ງ ເຢຍລະມັນ (BMZ) ແລະ ອົງການ GIZ ເພື່ອປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດບັນດາໂຄງການ ທີ່ໄດ້ຮັບທຶນ ຈາກ ລັດຖະບານເຢຍລະມັນ ແລະ ແຜນການຮ່ວມມືໃນຕໍ່ໜ້າໂດຍຈະໄດ້ສຸມໃສ່ການຊ່ວຍເຫຼືອວຽກງານປ່າໄມ້ ແລະ ການປ່ຽນແປງດິນຟ້າອາກາດຊຶ່ງຜ່ານການປະຊຸມປຶກສາຫາລື ທັງສອງຝ່າຍ ເຫັນດີເປັນເອກະພາບ ດ້ານຜົນສໍາເລັດ ແລະ ຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາໂຄງການທີ່ມີ ແລະ ວຽກຈຸດສຸມ ທີ່ຈະສືບຕໍ່ຮ່ວມມື ໃນຕໍ່ໜ້າ.

ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ - Visit Laos Visit SALANA BOUTIQUE HOTEL - ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ
ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ - Visit Laos Visit SALANA BOUTIQUE HOTEL - ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ

ນອກຈາກນັ້ນ, ຄະນະຜູ້ແທນຝ່າຍລາວ ໄດ້ສືບຕໍ່ເຂົ້າຮ່ວມຫຼາຍໆກອງປະຊຸມເພື່ອແລກປ່ຽນດ້ານວິຊາການ ທັງລະດັບວິຊາການ ແລະ ລະດັບສູງ, ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບຫົວຂໍ້ ການຫັນປ່ຽນລະບົບສະບຽງອາຫານໃຫ້ມີຈຸດສຸມ, ລວມທັງ ຖະແຫຼງການຮ່ວມ (Communique) ເພື່ອສັງລວມຖອດຖອນເອົາບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານລະບົບສະບຽງອາຫານ ຈາກຫຼາຍປະເທດ ໃນສະພາບບັນດາວິກິດການ (ໂຄວິດ, ການຂັດແຍ່ງດ້ານທະຫານ) ແລະ ພາກພື້ນ ເພື່ອກ້າວໄປສູ່ນະໂຍບາຍທີ່ເປັນເອກະພາບຮ່ວມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ.

ຕິດພັນກັບວາລະການເຄື່ອນໄຫວດັ່ງກ່າວ, ຄະນະຜູ້ແທນຝ່າຍລາວໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະສິກໍາໂລກໂດຍມີຄະນະນໍາລະດັບລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາປະເທດ ເຂົ້າຮ່ວມຈາກ 70 ປະເທດ, ລວມທັງການນໍາສູງສຸດຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ແລະ ຕົວແທນຊາວກະສິກໍາໜຸ່ມນ້ອຍ ເຂົ້າຮ່ວມແລກປ່ຽນບົດຮຽນນໍາ.

ສັງລວມ ຜົນການປຶກສາຫາລື ທີ່ປະຊຸມເຫັນດີເປັນເອກະພາບຮ່ວມກັນ ໃນການຫັນປ່ຽນ ລະບົບສະບຽງອາຫານໃຫ້ມີຈຸດສຸມເພື່ອເຮັດໃຫ້ມີການຜະລິດທີ່ດີກວ່າ, ສະພາບແວດລ້ອມທີ່ດີກວ່າ, ມີໂພຊະນາການທີ່ດີກວ່າໂດຍສະເພາະ ກຸ່ມເປົ້າໝາຍມີຊີວິດທີ່ດີກວ່າ, ບໍ່ປະວາງໃຜໄວ້ເບື້ອງຫຼັງ, ໃນສະພາບຄວາມຫຍຸ້ງຍາກຂອງວິກິດການຕ່າງໆ.

ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ - 4 - ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ
ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ - 5 - ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ
ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ - 3 - ຄະນະຜູ້ແທນ ກະຊວງ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະມົນຕີກະຊວງກະສິກຳໂລກ