ບັງກລາເທດ ຄົ້ນພົບແຫລ່ງ ຜະລິດອາຍແກັສທຳມະຊາດ ແຫ່ງໃໝ່
January 26, 2023 - 3:46 PM
ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 23 ມັງກອນ 2023 ຜ່ານມາ, ທ່ານ ນາສ ຣູລ ຮາມິດ ລັດຖະມົນຕີ ກະຊວງ ໄຟຟ້າ ພະລັງງານ ແລະ ຊັບພະຍາກອນ ບໍ່ແຮ່ ຂອງ ບັງກລາເທດ ປະກາດວ່າ: ປິໂຕລຽມ ເອັກຟລໍເຣຊັນ ຄອມປານີ ຫລື ບາເປກ (Bapex) ເປັນບໍລິສັດ ສຳຫລວດ ແລະ ຜະລິດ ປິໂຕຣລຽມ ຊຶ່ງບໍລິຫານງານ ໂດຍລັດຖະບານ ໄດ້ຄົ້ນພົບ ແຫລ່ງຜະລິດອາຍແກັສ ທຳມະຊາດ ສຳຮອງ ໃນເຂດ ໂພລາ ທາງພາກໃຕ້, ຊຶ່ງອາດ ບັນຈຸ ເຊື້ອໄຟ ຟໍສຊິລ ເອົາໄວ້ ຈຳນວນ ຫລວງຫລາຍ.
ກະຊວງກ່ຽວຂ້ອງ ລະບຸວ່າ ການປະເມີນຜົນ ໂບລາ ນໍຣ-2 (Bhola North-2 Appraisal Well) ທີ່ຄົ້ນພົບໃໝ່ ອາດຮອງຮັບ ການສະກັດ ອາຍແກັສ ກວ່າ 20 ລ້ານແມັດກ້ອນ ຕໍ່ວັນ. ໂດຍບໍລິສັດ ຄົ້ນພົບ ອາຍແກັສ ຫລັງຈາກ ໄດ້ຂຸດພື້ນທີ່ ສຳຫລວດເລິກລົງປະມານ 3.428 ແມັດ. ໂດຍບໍລິສັດ ອາຍແກັສ ແລະ ແຮ່ທາດ ຂອງ ບັງກລາເທດ ຈະຂຸດຂຸມ ສຳຫລວດ ພັດທະນາ ແລະ ດຳເນີນງານ ຂຸມຂຸດເຈາະໃໝ່ 46 ຂຸມ ພາຍໃນປີ 2025 ພ້ອມກັນນັ້ນ ຍັງເນັ້ນໜັກ ຄວາມຈຳເປັນ ໃນການຄົ້ນຫາ ອາຍແກັສ ທຳມະຊາດ ຢ່າງຕໍ່ເນື່ອງ ໃນປະເທດ.