ໂຣນັລໂດ້ ລົງ 90 ນາທີຍັງຍິງບໍ່ໄດ້ ອັລ-ນາສເຊີ ເສຍໃຫ້ ອັລ-ອິຕິຮັດ 1-3 ຕົກຮອບ ຊາອຸ ຊຸບເປີ ຄັບ

ຄຣິສເຕຍໂນ ໂຣນັລໂດ້ ລົງສະໜາມເປັນຄັ້ງທີ 2 ໃຫ້ກັບ ອັລ-ນາສເຊີ ແຕ່ກໍ່ບໍ່ສາມາດເຮັດປະຕູທຳອິດໄດ້ໃນສີເສື້ອໃໝ່ຂອງຕົນ ແລະ ຍັງຕົກຮອບຈາກການແຂ່ງຂັນບານເຕະຊາອຸ ຊຸບເປີ ຄັບ ໄປແບບໜ້າເສຍດາຍ.
ຮອບຮອງຊະນະເລີດຂອງ ຊາອຸ ຊຸບເປີ ຄັບ ໃນຄືນທີ່ຜ່ານມາ (26 ມັງກອນ) ອັລ-ນາສເຊີ ຂອງ ໂຣນັລໂດ້ ບຸກໄປເສຍ ອັລ-ອິຕິຮັດ 1-3 ເຊິ່ງໃນເກມນີ້ ນັກເຕະອາຍຸ 37 ປີ ລົງຫລິ້ນເຕັມ 90 ນາທີ ກັບເພື່ອນຮ່ວມທີມ ແຕ່ໄດ້ປະຕູພຽງປະຕູດຽວປອບໃຈໃນນາທີ 67 ຈາກ ແອດເດີສັນ ທາລິສກາ.
ຈາກຜົນດັ່ງເຮັດໃຫ້ ໂຣນັລໂດ້ ຍັງຄົງຕ້ອງຊອກຫາປະຕູທຳອິດຂອງໂຕເອງໃຫ້ກັບ ອັລ-ນາສເຊີ ໂດຍນັດຕໍ່ໄປ ໂຣນັລໂດ້ ຈະລົງສະໜາມໃນເກມລີກກັບ ອັລ-ນາສເຊີ ໃນຄືນວັນສຸກທີ 3 ກຸມພາ ເວລາ 22:00 ໂມງ, ຢ່າງໃດກໍ່ດີ ເຖິງວ່າຈະຕົກຮອບຈາກການແຂ່ງຂັນບານເຕະ ຊູເປີຄັບ, ແຕ່ ອັລ-ນາສເຊີ ຍັງມີອີກບານຖ້ວຍອີກໜຶ່ງລາຍການໃຫ້ໄດ້ລຸ້ນນັ້ນຄື ຄິງສ ຄັບ ອອຟ ແຊ້ມປ້ຽນ ທີ່ຈະແຂ່ງເດືອນມີນານີ້.