ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຂ ຫລວງພະບາງຈະພິຈາລະນາຫລາຍບັນຫາສຳຄັນຂອງແຂວງ


ແຫລ່ງຂ່າວແຂວງຫລວງພະບາງ ລາຍງານວ່າ: ວັນທີ 2 5ມັງກອນ 2023 ນີ້, ທ່ານ ນາງ ແກ້ວລາ ມະນີຈິດ ຄະນະປະຈຳເລຂາທິການສະພາປະຊາຊົນແຂວງ (ສພຂ) ຫລວງພະບາງໄດ້ຖະແຫລງຂ່າວກ່ຽວກັບການກະກຽມດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຂ ຫລວງພະບາງຊຸດທີ II ວ່າ: ກອງປະຊຸມສະດັ່ງກ່າວຈະໄດ້ເປີດຂຶ້ນໃນວັນທີ 1-3 ກຸມພາ 2023 ໂດຍຈະໄດ້ຄົ້ນຄວ້າ, ພິຈາລະນາແລະຮັບຮອງເອົາບັນຫາສຳຄັນພື້ນຖານຂອງແຂວງເປັນຕົ້ນວຽກງານຂອງອົງການປົກຄອງແຂວງຄື:
- ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງອົງການປົກຄອງແຂວງປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023;
- ແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງແຂວງ;
- ແຜນງົບປະມານປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງແຂວງ;
- ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງແຂວງ;
- ການເຄື່ອນໄຫວວຽກງານກວດສອບປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ແລະ ຜົນການກວດສອບຄືນການສະຫລຸບງົບປະມານຂາດຕົວປະຈໍາປີ 2021 ຂອງແຂວງຫລວງພະບາງ;
- ຜົນການກວດກາການຕ້ານການສໍ້ລາດບັງຫລວງແລະການແກ້ໄຂຜົນຂອງການກວດສອບປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023;
- ຜົນການຄວບຄຸມລາຄາສິນຄ້າປະເພດສະບຽງອາຫານແລະສິນຄ້າປະເພດອື່ນທີ່ຈໍາເປັນ;
- ຜົນການຜະລິດເປັນສິນຄ້າຕາມແລວທາງລົດໄຟ ແລະ ການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການປູກຫຍ້າ-ລ້ຽງສັດ;
- ຜົນການແກ້ໄຂຜົນກະທົບໃນການສ້າງທາງເວັ້ນຕົວເມືອງ ແລະ ທາງລົດໄຟລາວ-ຈີນ;
- ຄາດໝາຍທີ່ ສພຂ ອອກມະຕິຮັບຮອງ ແລະ ສະພາບການແກ້ໄຂບັນຫາຄູສອນທີ່ເຫລືອບໍ່ພໍພາຍໃນແຂວງຫລວງພະບາງປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023;
- ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈໍາປີ 2022 ແລະ ທິດທາງແຜນການ6ເດືອນຕົ້ນປີ 2023.
ສຳລັບວຽກງານອົງການໄອຍະການປະຊາຊົນແຂວງແລະສານປະຊາຊົນແຂວງແມ່ນຈະໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນແຂວງ; ພ້ອມຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງສານປະຊາຊົນແຂວງ.
ນອກນີ້ຜູ້ຕາງໜ້າຄະນະປະຈຳ ສພຂ, ໄດ້ເຊີນຊວນບັນດາທ່ານທຸກຄົນ ປວງຊົນລາວບັນດາເຜົ່າໃນທົ່ວແຂວງຫລວງພະບາງໄດ້ໃຊ້ສິດປະຊາທິປະໄຕເພື່ອສະເໜີບັນດາຄໍາເຫັນຄໍາເຫັນອັນເປັນປະໂຫຍດຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຂ ຫລວງພະບາງໃນໄລຍະດຳເນີນກອງປະຊຸມໂດຍຜ່ານໂທລະສັບສາຍດ່ວນ 071 156 (ບໍ່ເສຍຄ່າ).