ປີ 2023 ຫວຽດນາມ ວາງເປົ້າໝາຍຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ
January 27, 2023 - 4:40 PM

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ປີ 2023, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ… ຊຸກຍູ້ ແລະ ຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021 – 2025 ຢ່າງມີປະສິດທິຜົນ. ເປົ້າໝາຍແມ່ນໃນປີ 2023 ນີ້ ສູ້ຊົນບັນລຸອັດຕາຄວາມທຸກຍາກຫຼາຍສົ້ນສະເລ່ຍທົ່ວປະເທດໃຫ້ຫຼຸດລົງ 1 – 1,5% ຕໍ່ປີ; ອັດຕາຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍໃຫ້ຫຼຸດລົງຫຼາຍກວ່າ 3% ຕໍ່ປີ; ອັດຕາຄວາມທຸກຍາກຫຼາຍສົ້ນຂອງບັນດາເມືອງທຸກຍາກໃຫ້ຫຼຸດລົງປະມານ 4%.
ຂ່າວລະບຸວ່າ: ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ທຳອິດ, ທັງລະບົບການເມືອງຕ້ອງເຂົ້າຮ່ວມນຳກັນ. ໃນນັ້ນ, ບົດບາດບືນຕົວຂຶ້ນດ້ວຍຕົນເອງຂອງປະຊາຊົນແມ່ນປັດໄຈສຳຄັນທີ່ສຸດ. ລັດຖະບານ ຈະບໍ່ພຽງແຕ່ຊຸກຍູ້ທາງດ້ານທຶນຮອນ ຫຼືວ່າ ວັດຖຸ ເທົ່ານັ້ນ ຊຶ່ງ ລັດຖະບານ ຈະຫັນໄປສູ່ທິດທາງປະກາດໃຊ້ນະໂຍບາຍສະໜັບສະ ໜູນ ໂດຍບໍ່ມີເງື່ອນໄຂ ແລະ ໃຫ້ກູ້ຢືມທຶນໂດຍມີເງື່ອນໄຂ ເພື່ອໃຫ້ປະຊາຊົນບືນຕົວຂຶ້ນດ້ວຍຕົນເອງ. ສອງ ແມ່ນຕ້ອງສຸມໃສ່ບາງບັນຫາຫຼັກແຫຼ່ງແກ່ນສານ: ນັ້ນແມ່ນວິທີຫາເງິນລ້ຽງຊີບຂອງປະຊາຊົນ, ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ສ້າງເງື່ອນໄຂເພື່ອລຶບລ້າງເຮືອນຢູ່ຊົ່ວຄາວໃຫ້ແກ່ຄອບຄົວທຸກຍາກ.