ປກສ ເມືອງບຸນໃຕ້ ທໍາລາຍອາວຸດລ່າເນື້ອ 387 ກະບອກ ແລະ ເຄື່ອງຫວງຫ້າມທີ່ຜິດຕໍ່ລະບຽບກົດໝາຍ
January 27, 2023 - 2:15 PM

ວັນທີ 26 ມັງກອນ 2023 ນີ້, ກອງບັນຊາການ ປກສ ເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ທໍາລາຍອາວຸດລ່າເນື້ອ 387 ກະບອກ ແລະ ເຄື່ອງຫວງຫ້າມທີ່ຜິດຕໍ່ລະບຽບກົດໝາຍຈໍານວນໜຶ່ງ ທີ່ສາມາດຢຶດ ແລະ ເກັບກູ້ມາໄດ້ມາທຳລາຍຖິ້ມ.
ເພື່ອເອົາໃຈໃສ່ໃນການແກ້ໄຂ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນການຕິດຕາມກວດກາ ແລະ ຢຶດອາວຸດລ່າເນື້ອ,ອຸປະກອນຕັດໄມ້, ຈັກສະຕິ່ນ ແລະ ເຄື່ອງມືຊັອດປາຈາກຜູ້ລະເມີດຕໍ່ລະບຽບກົດໝາຍ, ເພື່ອເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ກໍຄືຄຳສັ່ງວ່າດ້ວຍການກວດກາ ແລະ ເກັບກູ້ອາວຸດເສິກ-ອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ທັງເປັນການແກ້ໄຂບັນຫາທຳລາຍສັດນໍ້າ-ສັດປາ ແລະ ການຕັດໄມ້ທຳລາຍປ່າ.