ໄທ ເຕືອນປະຊາຊົນໃຫ້ເຮັດວຽກຢູ່ເຮືອນ ເພື່ອຫລີກລ່ຽງມົນລະພິດທາງອາກາດທີ່ເພີ່ມຂຶ້ນສູງ

ວັນທີ 24 ມັງກອນ 2023, ທ່ານ ຊັດຊາດ ຜູ້ວ່າກຸງເທບມະຫານະຄອນ ລາຍງານວ່າ: ປະຊາຊົນໃນເມືອງຫລວງຂອງໄທ ຖ້າເປັນໄປໄດ້ຄວນເຮັດວຽກຢູ່ເຮືອນ, ໃສ່ຜ້າອັດປາກ-ດັງເມື່ອອອກໄປທາງນອກ ແລະ ປ່ຽນຈາກການໃຊ້ລົດສ່ວນຕົວມາໃຊ້ລົດສາທາລະນະ ເພື່ອຫລຸດຜ່ອນ ມົນລະພິດທາງອາກາດທີ່ນັບມື້ເພີ່ມຂຶ້ນສູງ.
ອີງຕາມ Bangkok Post ລາຍງານວ່າ: ໃນອາທິດນີ້ ຄຸນນະພາບຂອງອາກາດໃນເມືອງຍັງຢູ່ໃນລະດັບທີ່ອັນຕະລາຍ ໂດຍທາງການໄດ້ອອກຄຳເຕືອນວ່າຝຸ່ນລະອອງອັນຕະລາຍທີ່ເອີ້ນວ່າ PM2.5 ອາດເກີນລະດັບຄວາມປອດໄພ. ນອກນັ້ນທາງການໄດ້ພະຍາຍາມຄວບຄຸມກິດຈະກຳທີ່ເຮັດໃຫ້ເກີດມົນລະພິດທາງອາກາດເຊັ່ນ: ການຈູດຂີ້ເຫຍື້ອ, ການກໍ່ສ້າງ ແລະ ການເຜົາໄໝ້ຈາກເຄື່ອງຈັກລົດບັນທຸກ.ຂະນະດຽວກັນ ເຈົ້າໜ້າທີ່ກະຊວງສາທາລະນະສຸກທົ່ວປະເທດໄທຈະເຝົ້າຕິດຕາມລະດັບຂອງຝຸ່ນ PM2.5 ແລະ ຈະເປີດເຫດສຸກເສີນສຳລັບເຂດໃດທີ່ມີລະດັບຄຸນະພາບຂອງອາກາດທີ່ບໍ່ດີຕໍ່ສຸຂະພາບເປັນເວລາ 3 ມື້.
ສຳລັບ ສປປ ລາວ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກຄຳເຕືອນໃນວັນອັງຄານຜ່ານມາ ກ່ຽວກັບມົນລະພິດທາງອາກາດທີ່ເປັນອັນຕະລາຍໃນທົ່ວປະເທດ.
ການສຶກສາຫລ້າສຸດຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ: 4 ແຂວງພາກເໜືອ (ບໍ່ແກ້ວ, ຜົ້ງສາລີ, ອຸດົມໄຊ ແລະ ຫລວງພະບາງ) ແລະ ແຂວງສະຫວັນນະເຂດ ເປັນຈຸດລວມມົນລະພິດໃນປະເທດລາວ.