ກຳປູເຈຍ ຈັດພິທີນັບຖອຍຫລັງ 100 ວັນ ຊີເກມ ຄັ້ງທີ 32

ກຳປູເຈຍ ເຈົ້າພາບມະຫະກຳກິລາ ຊີເກມ ຄັ້ງທີ 32 ລະຫວ່າງວັນທີ 5-17 ພຶດສະພາ ຈັດພິທີນັບຖອຍຫລັງ 100 ວັນ ກ່ອນເຂົ້າສູ່ການແຂ່ງຂັນ ເມື່ອວັນທີ 25 ມັງກອນທີ່ຜ່ານມາ ທີ່ສະໜາມກິລາແຫ່ງຊາດມໍຣະດົກເຕໂຊ ໂດຍມີ ພົນເອກ ເຕຍ ບັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງປ້ອງ ກັນປະເທດໃນຖານະປະທານຄະນະກຳມະການຈັດງານຊີເກມເປັນປະເທດ.
ພົນເອກ ເຕຍ ບັນ ກ່າວວ່າ : ການຈັດພິທີນັບຖອຍຫລັງຄັ້ງນີ້ເພື່ອຢືນຢັນຄວາມພ້ອມຂອງກຳປູເຈຍ ໃນການຕ້ອນຮັບນັກກິລາເຈົ້າໜ້າທີ່ ແລະ ຜູ້ຢ້ຽມຊົມການແຂ່ງຂັນກິລາຊີເກມຄັ້ງທີ 32.
“ ເຫລືອອີກພຽງ 100 ວັນ ກຳປູເຈຍຈະຈາລຶກມໍລະດົກດ້ານກິລາ ແລະ ຕື່ມເຕັມຄວາມຝັນດ້ວຍການເປັນເຈົ້າພາບຊີເກມ ເປັນທຳອິດໃນຮອບ 64 ປີ ” ເຕຍ ບັນ ກ່າວ.
ສ່ວນທາງດ້ານ ທອງ ໂຄນ ລັດຖະມົນຕີການທ່ອງທ່ຽວ ແລະ ປະທານຄະນະກຳມະການໂອລິມປິກຂອງກຳປູເຈຍ ກ່າວວ່າ ຊີເກມເປັນໂອກາດໃນການສົ່ງເສີມ ມິດຕະພາບ ຄວາມເຄົາລົບ ແລະ ຄວາມເປັນນຳ້ຫນຶ່ງໃຈດຽວກັນເພື່ອປະຊາຄົມເອເຊຍຕາເວັນອອກສ່ຽງໃຕ້ທີ່ສະຫງົບສຸກ ຫມັ້ນຄົງ ແລະ ຟື້ນຕົວໄດ້.
ສ່ວນ ວອງເສ ວິສໂສດ ລັດຖະມົນຕີກະຊວງການເງິນ ແລະ ເສດຖະກິດ ລະບຸວ່າ ສຳລັບມະຫະກຳຊີເກມ ຄັ້ງທີິ 32 ຄາດວ່າຈະໃຊ້ເງິນຢ່າງຫນ້ອຍ 200 ລ້ານໂດລາສະຫະລັດ ສຳລັບການຈັດການແຂ່ງຂັນ.