ປະລະຄຳຂວັນເພິ່ງຕົນເອງກຸ້ມຕົນເອງພາໃຫ້ເກີດພະຍາດສໍ້ລາດບັງຫລວງຕາມມາ
ໂດຍ: ທິດກໍ່າ
ໃນຕົວຈິງແລ້ວ, ເວົ້າເລື່ອງຄຳຂວັນເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພວກເຮົາໄດ້ເວົ້າກັນແຫລກແຫລວດົນນານມາແຕ່ມະຕິຄັ້ງທີ III ແລະ ທີ IV ຂອງພັກ. ເວລານັ້ນ ປະເທດຊາດບ້ານເມືອງຂອງພວກເຮົາຍັງຢູ່ໃນໄລຍະປົດປ່ອຍໃໝ່ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນໄລຍະຂ້າມຜ່ານຈາກອັນເກົ່າກ້າວສູ່ອັນໃໝ່ ຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ. ມາຮອດປັດຈຸບັນ ສປປ ລາວ ຂອງພວກເຮົາ ກໍມີອາຍຸໄດ້ 47 ປີແລ້ວ, ແຕ່ຄຳຂວັນດັ່ງກ່າວກໍຍັງບໍ່ທັນຖືກຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢ່າງເປັນຮູບປະທຳແບບຈິງຈັງ ສຸດທ້າຍມາຍາມປະເທດຊາດບ້ານເມືອງຖືກວິກິດຫຍຸ້ງຍາກຈຶ່ງນຶກເຫັນຄຸນຄ່າຂອງຄຳຂວັນດັ່ງກ່າວວ່າມັນມີຄວາມສຳຄັນ ແລະ ມີຜົນດີຕໍ່ພວກເຮົາເອງ ແລະ ປະເທດຊາດ.
ເມື່ອຫວນຄືນປະຫວັດສາດຕອນປະເທດຊາດໄດ້ຮັບການປົດປ່ອຍໃໝ່ໆ ຄືນັບແຕ່ປີ 1975 ຫາຊຸມປີ 1980 ປາກົດວ່າຂະບວນການແຂ່ງຂັນກັນອອກແຮງງານ, ຂະບວນແຂ່ງຂັນກັນທຳການຜະລິດປູກຝັງ-ລ້ຽງສັດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເລີ່ມແຕ່ບຸກຄົນ, ຂັ້ນຮາກຖານປະຊາຊົນ, ຄອບຄົວພະນັກງານ, ກົມກອງລວມໝູ່, ຕາມສຳນັກງານອົງການ ແລະ ພື້ນຖານການຜະລິດໃນທົ່ວປະເທດແມ່ນເປັນຂະບວນຟົດຟື້ນອີ່ຫລີ. ຕົວຢ່າງຢູ່ນະຄອນຫລວງວຽງຈັນກໍມີຂະບວນການຂຸດເໝືອງປ້ານຝາຍອ່າງນ້ຳຫຸມ, ນ້ຳຊ່ວງ ຈົນໄດ້ນຳໃຊ້ມາຮອດທຸກວັນນີ້.
ສ່ວນຢູ່ທ້ອງຖິ່ນແຕ່ລະເຂດແຂວງກໍແຂ່ງຂັນກັນອອກແຮງງານຕາມທ່າແຮງທີ່ທ້ອງຖິ່ນຂອງຕົນມີ ແລະ ກໍສາມາດເຮັດໄດ້ເປັນຜົນສຳເລັດ. ຕົວຢ່າງເຮັດນາປີ, ນາແຊງ, ປູກຝັງລ້ຽງສັດ, ຂຸດເໝືອງປ້ານຝາຍ ແລະ ອື່ນໆ. ໃນຊ່ວງນັ້ນ ເຖິງວ່າປະເທດຊາດຍັງບໍ່ທັນມີການຜະລິດສິນຄ້າເພື່ອສົ່ງອອກຢ່າງກວ້າງຂວາງຫລວງຫລາຍ ແລະ ຍັງບໍ່ທັນກ້າວສູ່ຍຸກປ່ຽນແປງໃໝ່, ແຕ່ກໍເຫັນວ່າເງິນກີບບໍ່ໄດ້ເຟີ້, ການຜະລິດ ແລະ ການຊື້ຂາຍຢູ່ພາຍໃນປະເທດກໍພໍລ້ຽງກັນກຸ້ມ, ເງິນເດືອນພະນັກງານກໍໄດ້ຮັບເປັນປົກກະຕິ ບໍ່ໄດ້ແກ່ຍາວ ຫລື ຕິດໜີ້ຄືໃນຍຸກນີ້.
ພໍຕົກມາຮອດສະໄໝນີ້, ປະເທດຊາດບ້ານເມືອງຂອງພວກເຮົາເບິ່ງອັນໃດກໍມີຄວາມຈະເລີນຮຸ່ງເຮືອງ, ພັດທະນາກ້າວໄປໄກລື່ນຍຸກກ່ອນຕັ້ງຫລາຍເທົ່າ, ແຕ່ມາເບິ່ງສະພາບຕົວຈິງຂອງເສດຖະກິດ-ການເງິນເບິ່ງຄືວ່າມັນກຸດຫ້ຽນປ່ຽນແປງແຕກຕ່າງຈາກຍຸກນັ້ນໄປໃນທາງລົບຫລາຍຢ່າງ. ສາເຫດໜຶ່ງກໍຍ້ອນວ່າ ພວກເຮົາເຮົາພາກັນຫລົງລືມປະລະສະຕິເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ພັກ ແລະ ລັດຖະບານວາງນະໂຍບາຍອອກມາແຕ່ລະໄລຍະ.
ຫາກຕັ້ງໂຈດກັນວ່າ: ດ້ວຍສາເຫດໃດຈຶ່ງເປັນແນວນັ້ນ, ຍ້ອນວ່ານັບແຕ່ເລີ່ມກ້າວເຂົ້າສູ່ຍຸກປ່ຽນແປງໃໝ່ ໃນຊຸມປີ 1986 ເປັນຕົ້ນມາ, ພວກເຮົາພາກັນປະລະຄຳຂວັນເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງຊິ້ນເຊີງ. ຈາກນັ້ນມາ ໃນຖັນແຖວພະນັກງານຂອງລັດບາງຄົນ, ບາງກຸ່ມເລີ່ມມີການສໍ້ລາດບັງຫລວງ, ຊ້ຳບໍ່ໜຳ ຍັງໄດ້ມີຄຳຂວັນອອກມາເຍາະເຍີ້ຍຊ້ຳເຕີມກັນວ່າພະນັກງານຜູ້ໃດບໍ່ຮູ້ຊອກຮູ້ຫາ, ບໍ່ຮູ້ຄ້າຮູ້ຂາຍ ຜູ້ນັ້ນຄືຄົນປະຫວັດສາດປະໄວ້ ແລະ ເບື້ອງລັດກໍມີນະໂຍບາຍສົ່ງເສີມໃຫ້ອອກແຮງສ້າງເສດຖະກິດຄອບຄົວ ເພື່ອຫລຸດຜ່ອນກົງຈັກບໍລິຫານໃຫ້ກະທັດຮັດ.
ຈາກນັ້ນກໍມີພະນັກງານຈຳນວນບໍ່ໜ້ອຍຂໍລາອອກໄປສ້າງເສດຖະກິດຄອບຄົວ, ເຮັດການຜະລິດທຸລະກິດ ມີຫລາຍຄົນກໍປະສົບຜົນສຳເລັດ, ມີຈຳນວນບໍ່ໜ້ອຍກໍເຈັ້ງ. ແຕ່ກົງກັນຂ້າມ ຜູ້ທີ່ຍັງຢູ່ໃນກົງຈັກລັດບໍລິຫານກໍຫາວິທີສໍ້ໂກງຊັບສິນ ແລະ ເງິນຄຳຂອງລັດດ້ວຍຮູບການ ແລະ ວິທີການຕ່າງໆຈົນກາຍເປັນຊ້ຳເຮື້ອມາຮອດປັດຈຸບັນ. ນີ້ລະຄືຜົນພວງທີ່ລືມຕຳລາເກົ່າຈົນເຮັດໃຫ້ປະເທດຊາດປະສົບບັນຫາວິກິດຫລາຍຢ່າງຕາມມາ.