ແຟນແມນຢູ ກັງວົນ ອີຣິກເຊັນ ຢ່າງອອກຈາກສະໜາມພ້ອມໄມ້ຄ້ຳ
January 29, 2023 - 1:00 PM

ຄຣິສຕຽນ ອີຣິກເຊັນ ກອງກາງຂອງ ແມນເຊັສເຕີ ຢູໄນເຕັດ ຢ່າງອອກຈາກ ສະໜາມກິລາ ໂອລ ແທຣັຟຟອດ ດ້ວຍໄມ້ຄ້ຳ ຫລັງຈາກການແຂ່ງຂັນ ເອຟເອ ຄັບ ຮອບທີ 4.
ກອງກາງທີມຊາດເດນມາກໄດ້ລົງເປັນຕົວຈິງຢ່າງຕໍ່ເນື່ອງ ກ່ອນເຄິ່ງເວລາທີສອງໄດ້ຖືກ ແອນດີ້ ແຄໂຣເຂົ້າບານໜັກຈົນລາວໄດ້ຮັບບາດເຈັບ. ໂດຍເຂົາໄດ້ມີສ່ວນຮ່ວມກັບປະຕູຂຶ້ນນຳຂອງທີມກ່ອນທີ່ຈະຖືກປ່ຽນຕົວ ແລະ ເຂົ້າຫ້ອງແຕ່ງໂຕທັນທີ.
ຫລັງຈາກເກມ, ມີແຟນບານໄດ້ບັນທຶກວິດີໂອຂອງ ອີຣິກເຊັນ ເດີນທາງກັບດ້ວຍໄມ້ຄ້ຳ, ເຊິ່ງ ເອຣິກ ເທນຮາກ ເປີດເຜີຍວ່າເປັນການບາດເຈັບທີ່ຂໍ້ຕີນ ແລະ ຍັງບໍ່ສາມາດປະເມີນອາການໄດ້ໃນເວລານີ້.
https://twitter.com/i/status/1619472291620089857