ລຸ້ນໜັກ! ອາເຕຕ້າ ເຜີຍວ່າ ປາເຕ ຕ້ອງເຂົ້າສະແກນອາການບາດເຈັບ ກະດູກຂ້າງ
January 29, 2023 - 4:00 PM

ໄມເກລ ອາເຕຕ້າ ນາຍໃຫຍ່ຂອງ ອາເຊນອລ ເປີດເຜີຍວ່າ ໂທມັສ ປາເຕ ກອງກາງຄົນສຳຄັນຈະຕ້ອງເຂົ້າຮັບການສະແກນ MRI ຫລັງຈາກໄດ້ຮັບບາດເຈັບກະດູກຂ້າງໃນເກມ FA Cup ເມື່ອຄືນທີ່ຜ່ານມາ.
ດາວເຕະທີມຊາດການ່າ ໄດ້ລົງເປັນໂຕຈິງໃນເກມທີ່ປືນໃຫຍ່ອອກໄປຢາມ ແມນ ຊິຕີ້ ໃນຮອບທີສີ່ຂອງ ເອຟເອ ຄັບ ກ່ອນທີ່ຈະຖືກປ່ຽນອອກໃນເວລາພັກເຄິ່ງຈາກຈັງຫວະຕຳກະດູກໃນເຄິ່ງທໍາອິດ. ກ່ອນທີ່ທີມຈະເສຍໄປ 1-0.
ຫລັງຈົບເກມ, ອາເຕຕ້າ ເປີດເຜີຍວ່າ ປາເຕ ຝືນຫລິ້ນດ້ວຍຄວາມເຈັບປວດຕະຫລອດສ່ວນເວລາທີ່ເຫລືອຂອງເຄິ່ງທໍາອິດ. ກ່ອນທີ່ຈະຖືກປ່ຽນໂຕອອກ, ເຊິ່ງນັກເຕະຈະຕ້ອງໄດ້ຮັບການສະແກນລະອຽດ.