ພະຍາດອະຫິວາ ແພ່ລະບາດໜັກຢູ່ ປະເທດມາລາວີ ເສຍຊີວິດ 1.000 ກວ່າຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 25 ມັງກອນ 2023 ຜ່ານມາ, ກະຊວງສາທາລະນະສຸກ ມາລາວີ ເປີດເຜີຍວ່າ: ນັບຕັ້ງແຕ່ ພະຍາດອະຫິວາ ແພ່ລະບາດຄັ້ງຫລ້າສຸດ ໃນປີກາຍ ຈົນເຖິງ ປັດຈຸບັນ ໄດ້ມີຜູ້ຕິດເຊື້ອຫລາຍກວ່າ 30.600 ຄົນ ແລະ ເສຍຊີວິດ 1.002 ຄົນ. ນີ້ຖືເປັນ ການແພ່ລະບາດ ຢ່າງໜັກໜ່ວງທີ່ສຸດ ພາຍໃນປະເທດ. ໃນຂະນະນີ້ ຢາວັກຊິນປ້ອງກັນ ພະຍາດ ອະຫິວາ ເກືອບ 3 ລ້ານໂດສ ທີ່ໄດ້ຮັບ ມາຈາກ ສະຫະປະຊາຊາດ ເມື່ອເດືອນພະຈິກ ປີກາຍນີ້ ໃກ້ຈະໝົດ ທ່າມກາງ ຜູ້ຕິດເຊື້ອຍັງສືບຕໍ່ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ອົງການ ອະນາໄມໂລກ ລະບຸວ່າ: ການແພ່ລະບາດ ຂອງພະຍາດອະຫິວາ ຢູ່ ມາລາວີ ໃນຄັ້ງນີ້ ແມ່ນໜັກໜ່ວງກວ່າ ການແພ່ລະບາດ ເມື່ອໄລຍະປີ 2001-2002 ທີ່ມີຜູ້ເສຍຊີວິດ 968 ຄົນ, ຜູ້ທີ່ຕິດເຊື້ອອະຫິວາ ຈະມີອາການ ຖອກທ້ອງ, ຮາກ ໂດຍສາເຫດ ເກີດມາຈາກ ເຊື້ອແບດທິເຣຍ ຕິດຕໍ່ທາງນໍ້າດື່ມ ຫລື ອາຫານ ທີ່ປົນເປື້ອນ ລວມທັງ ສະພາບຄວາມເປັນຢູ່ ທີ່ບໍ່ຖືກ ສຸຂະອະນາໄມ.