ເດືອນສາມລາວ ປະເພນີບຸນເຂົ້າຈີ່ ທີ່ສືບທອດກັນມາແຕ່ດັ້ງເດີມ

ບຸນເຂົ້າຈີ່ແມ່ນບຸນປະເພນີດັ້ງເດີມ ຊຶ່ງສະໄໝກ່ອນ, ຊາວບ້ານພາກັນເຮັດເຂົ້າຈີ່ເພື່ອຖວາຍພະຍາຟ້າພະຍາແຖນ ແລະ ມາຮອດສະໄໝລາວມີສາສະໜາພຸດຈະເລີນຮຸ່ງເຮືອງຈຶ່ງນິຍົມພາກັນເຮັດເຂົ້າຈີ່ໄປຖວາຍພະສົງ. ການເຮັດບຸນເຂົ້າຈີ່ ຕາມປະເພນີດັ້ງເດີມແລ້ວຕ້ອງທາໄຂ່, ທານ້ຳອ້ອຍດັ່ງຄຳໂຕງໂຕຍທີ່ວ່າ ” ເດືອນສາມຄ້ອຍລົມວອຍໆ ເຈົ້າຫົວຄອຍປັ້ນເຂົ້າຈີ່ ເຂົ້າຈີ່ບໍ່ໃສ່ນ້ຳຕານບໍ່ລາດນ້ຳອ້ອຍຈົວນ້ອຍບໍ່ອຸ່ນໃຈ “.
ເປັນຫຍັງຈຶ່ງມີປະເພນີບຸນເຂົ້າຈີ່ ຊຶ່ງຕາມນິທານທ້ອງຖິ່ນ ແລະ ນິທານສາສະໜາ ເລົ່າໄວ້ດັ່ງນິທານສາສະໜາ ເລົ່າວ່າ: ປາງກ່ອນມີແມ່ຍິງຄົນໜຶ່ງຊື່ ປຸນນະທາສີເປັນຄົນທຸກຍາກໄຮ້ເຂັນໃຈ ແລະ ເປັນຄົນຮັບໃຊ້ເສດຖີຄົນໜຶ່ງຢູ່ເມືອງລາຊະຄຶ (ປະເທດອິນເດຍ). ວັນໜຶ່ງ, ເສດຖີແຕ່ງໃຫ້ນາງໄປຕຳເຂົ້າແຕ່ເຊົ້າຈົນຄໍ່າ ເຮັດໃຫ້ນາງອິດເມື່ອຍຫລາຍ, ນາງຈຶ່ງເອົາຮຳເຂົ້າປັ້ນເປັນກ້ອນຈີ່ໃຫ້ສຸກແລ້ວເອົາໃສ່ພົກຜ້າຍ່າງໄປຕັກນ້ຳ ເພື່ອກິນເຂົ້າຈີ່ນັ້ນ, ເມື່ອໄປຕາມທາງນາງໄດ້ພົບພະພຸດທະເຈົ້າ ເລີຍເກີດຄວາມເຫລື້ອມໃສທັນທີ ແລະ ຄິດວ່າຕົນເປັນຄົນທຸກໄຮ້ໃນຊາດນີ້ເພາະບໍ່ໄດ້ທຳບຸນໃຫ້ທານໄວ້ໃນຊາດກ່ອນ ແລະ ຊາດນີ້ກໍບໍ່ເຄີຍໄດ້ທຳບຸນເລີຍ. ຈາກນັ້ນນາງຈຶ່ງເອົາເຂົ້າຈີ່ທີ່ເຮັດດ້ວຍຮຳເຂົ້າໄປຖວາຍພະພຸດທະເຈົ້າ, ເມື່ອພະອົງຊົງຮັບແລ້ວກໍນັ່ງສະເຫວີຍຢູ່ຕໍ່ໜ້ານາງ ແລະ ເມື່ອສະເຫວີຍແລ້ວ ກໍໄດ້ຕັດອະໂມທະນາກະຖາໂຜດນາງຈົນສຳເລັດໂສດາປະຕິຜົນເປັນອະລິຍະບຸກຄົນໃນພຸດທະສາສະໜາ, ເມື່ອນາງຕາຍ ກໍໄປເກີດໃນສະຫວັນ, ສະເຫວີຍສົມບັດໃນວິມານຄຳ… ດັ່ງນີ້ແລ.
ນອກຈາກບຸນເຂົ້າຈີ່ແລ້ວ, ໃນເດືອນສາມເພັງ ຍັງເປັນວັນສຳຄັນທາງສາສະໜາພຸດອີກວັນໜຶ່ງຄືວັນມາຄະບູຊາ ໝາຍເຖິງ ການບູຊາໃນວັນມາຄະ ຫລື ເອີ້ນວ່າ ການບູຊາໃນເດືອນສາມເພັງ ເຊິ່ງພະອົງໄດ້ສະ ແດງທຳມະເທດສະໜາ ຄືຫົວໃຈສຳຄັນຂອງສາສະໜາພຸດ ອັນເປັນຫລັກ 3 ປະການ ໄດ້ແກ່ 1. ບໍ່ທຳ ຄວາມຊົ່ວ, 2. ຈົ່ງທຳຄວາມດີ ແລະ 3. ທຳຈິດໃຈໃຫ້ບໍລິສຸດຜ່ອງໃສ.
ຄວາມຈິງແລ້ວ, ໃນທົດສະວັດຕົ້ນຂອງສະຕະວັດທີ 21 ບຸນມາຄະບູຊາ ກາຍເປັນບຸນໜຶ່ງທີ່ອົງການສະຫະປະຊາຊາດ ຮັບຮອງເອົາເປັນບຸນທາງສາກົນ. ດັ່ງນັ້ນປະເທດທີ່ນັບຖືສາສະໜາພຸດເມື່ອເຖິງເດືອນສາມເພັງກໍມີກິດຈະກຳຕ່າງໆຂຶ້ນຕາມປະເພນີ.