ມິໂຕມະ ຍິງເດັດຂາດພາ ໄບຣຕັນ ຢ້ຳແຄ້ນ ລິເວີພູລ 2-1 ສົ່ງແຊ້ມເກົ່າ ຕົກຮອບເອຟເອຄັບ

ມິໂຕມະ ຍິງເດັດຂາດພາ ໄບຣຕັນ ຢ້ຳແຄ້ນ ລິເວີພູລ 2-1 ສົ່ງແຊ້ມເກົ່າ ຕົກຮອບເອຟເອຄັບ - LIV BRI 1 e1675045226750 - ມິໂຕມະ ຍິງເດັດຂາດພາ ໄບຣຕັນ ຢ້ຳແຄ້ນ ລິເວີພູລ 2-1 ສົ່ງແຊ້ມເກົ່າ ຕົກຮອບເອຟເອຄັບ
ມິໂຕມະ ຍິງເດັດຂາດພາ ໄບຣຕັນ ຢ້ຳແຄ້ນ ລິເວີພູລ 2-1 ສົ່ງແຊ້ມເກົ່າ ຕົກຮອບເອຟເອຄັບ - kitchen vibe - ມິໂຕມະ ຍິງເດັດຂາດພາ ໄບຣຕັນ ຢ້ຳແຄ້ນ ລິເວີພູລ 2-1 ສົ່ງແຊ້ມເກົ່າ ຕົກຮອບເອຟເອຄັບ

ເອຟເອ ຄັບ ຮອບທີ 4 ລິເວີພູລ ແຊ້ມເກົ່າຍົກທີມໄປຢາມ ໄບຣຕັນ ທີ່ສະໜາມ ເອເມັກ ສະເຕດ້ຽມ ເກມນີ້ ເອວານ ເຟີກູສັນ ແລະ ຄາຣູ ມິໂຕມະ ແລະ ໂຊລລີ ມາສ ເປັນໂຕຫລັກ ສ່ວນ “ຫົງແດງ” ວາງ 3 ປະສານຮ່ວມກັນ, ຮາເວຍ ເອລລຽດ, ໂຄດີ ກັກໂປ ແລະ ໂມຮາເໝັດ ຊາລາ ລົງສະໜາມ.

ເລີ່ມເກມຄ່ອນຂ້າງອຶດອັດ ແຕ່ນາທີ 30 ລີເວີພູລ ໄດ້ປະຕູຂຶ້ນນຳຈາກ ໂມຮາເໝັດ ຊາລາ ຈ່າຍໃຫ້ ຮາເວຍ ເອລລຽດ ຍິງເຂົ້າເສົາໄກ 1-0 ແຕ່ໃນນາທີ 39 ໄບຣຕັນ ຕີສະເໝີແບບມີດວງ ຫລັງຈາກ ທາຣິສ ແລມເດ ຍິງຈາກເສົາສອງແລ້ວບານໄດ້ຖືກຂາຂອງ ຊາລູອິສ ດັ້ງ ເຂົ້າປະຕູ 1-1.

ເຄິ່ງເວລາທີ 2 ໄບຣຕັນ ບຸກໄດ້ນໍ້າໄດ້ເນື້ອກວ່າ ແລະ ສຸດທ້າຍຊ່ວງຕໍ່ເວລາບາດເຈັບໃນນາທີ 93 ກອງເຊຍເຈົ້າບ້ານໄດ້ເຮ ຄາຣູ ມິໂຕມະ ໄດ້ບານມາທາງຂວາ ກ່ອນທີ່ຈະຈັບບານຢ່າງນິ້ງ ແລ້ວຍິງເປັນ 2-1 ກາຍເປັນປະຕູໄຊຂອງ ຢ້ຳແຄ້ນ ລິເວີພູລ ອີກຄັ້ງ ຫລັງຊະນະເກມລີກນັດກ່ອນໜ້ານີ້ 3-0 ແລະ ສົ່ງໃຫ້ອະດີດແຊ້ມເກົ່າຕົກຮອບຮຽບຮ້ອຍ.

ມິໂຕມະ ຍິງເດັດຂາດພາ ໄບຣຕັນ ຢ້ຳແຄ້ນ ລິເວີພູລ 2-1 ສົ່ງແຊ້ມເກົ່າ ຕົກຮອບເອຟເອຄັບ - 3 - ມິໂຕມະ ຍິງເດັດຂາດພາ ໄບຣຕັນ ຢ້ຳແຄ້ນ ລິເວີພູລ 2-1 ສົ່ງແຊ້ມເກົ່າ ຕົກຮອບເອຟເອຄັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!