ປາກິດສະຖານຂຶ້ນລາຄານ້ຳມັນອີກລິດລະ 35 ຣູປີ ກ່ອນຫາລືນໍາ IMF

ລັດຖະບານປາກິດສະຖານຂຶ້ນລາຄານໍ້າມັນແອັດຊັງ ແລະ ກາຊວນໃນປະເທດອີກ 35 ຣູປີ ກ່ອນຕ້ອນຮັບຄະນະຜູ້ແທນຂອງ IMF ທ້າຍເດືອນນີ້ ເພື່ອເຈລະຈາກ່ຽວກັບເງິນກູ້ງວດໃໝ່.
ວັນທີ 29 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການເງິນຂອງປາກິດສະຖານປະກາດ ການຂຶ້ນລາຄາຂາຍຍ່ອຍນໍ້າມັນແອັດຊັງ ແລະ ນໍ້າມັນກາຊວນ ເພີ່ມອີກລິດລະ 35 ຣູປີປາກິດສະຖານ ມາດຕະການດັ່ງກ່າວມີຜົນບັງຄັບໃຊ້ທັນທີ ຕາມການສະເໜີຂອງສໍານັກງານກວດສອບນໍ້າມັນ ແລະ ແກັສແຫ່ງຊາດ ເພື່ອແກ້ໄຂບັນຫາການກັກຕຸນເຊື້ອໄຟພາຍໃນປະເທດ.
ທັງນີ້, ຄະນະເຈົ້າໜ້າທີ່ຂອງກອງທຶນການເງິນສາກົນ (IMF) ມີກໍານົດຢ້ຽມຢາມປາກິດສະຖານໃນທ້າຍເດືອນນີ້ ເພື່ອຫາລືກ່ຽວກັບຄວາມເປັນໄປໄດ້ໃນການມອບການຊ່ວຍເຫລືອທາງການເງິນຄັ້ງໃໝ່ໃຫ້ປາກິດສະຖານ ເຊິ່ງຖ້າໄດ້ຮັບການອະນຸມັດຈະເປັນຄັ້ງທີ 6 ມີມູນຄ່າປະມານ 6.000 ລ້ານໂດລາສະຫະລັດ ໂດຍໃນໄລຍະເວລາ 2 ທົດສະວັດຫລ້າສຸດ IMF ອະນຸມັດສິນເຊື່ອໃຫ້ປາກິດສະຖານແລ້ວ 5 ຄັ້ງ.
ປາກິດສະຖານຫາກໍຜະເຊີນໄຟມອດຄັ້ງທີສອງ ພາຍໃນໄລຍະເວລາພຽງ 3 ເດືອນ ໃນກາງເດືອນນີ້ ໂດຍເປັນຜົນຈາກສະພາບແຮງດັນໄຟຟ້າສູງກະທັນຫັນ, ຂະນະທີ່ຫລາຍຝ່າຍວິເຄາະວ່າ: ສະຖານະການນີ້ສາມາດຊີ້ວັດ ລະດັບຄວາມຮຸນແຮງຂອງວິກິດເສດຖະກິດໃນປາກິດສະຖານໄດ້ເຊັ່ນກັນ.