ສາວໄຕ້ຫວັນ ເປີດເຜີຍວ່າ ຖືກຕຳຫລວດໄທຮຽກເອົາເງິນ 27.000 ບາດ ຕຳຫລວດວຸ່ນກັນທັງກອງ ຄະດີພິກໄປມາຍັງບໍ່ມີຂໍ້ສະຫລຸບ

ຕະຫລອດໄລຍະ 1 ອາທິດຜ່ານມານີ້ ສັງຄົມໄທ ຟົດເດືອດ ແລະ ໂຈດຂານກັນເລື່ອງດາຣາສາວຊາວໄຕ້ຫວັນເປີດເຜີຍເລື່ອງຖືກເຈົ້າໜ້າທີ່ຕຳຫລວດໄທ ຮຽກເອົາເງິນ 2,7 ໝື່ນບາດ ຫລື ປະມານ 13,7 ລ້ານກີບ ໃນຂະນະທີ່ຕົນເອງໄປທ່ຽວປະເທດໄທໃນຕົ້ນເດືອນມັງກອນ ເຊິ່ງສາວໄຕ້ຫວັນ ເລົ່າວ່າ: ເອງໄດ້ໄປທ່ຽວຕາມສະຖານທີ່ບັນເທີງຕ່າງໆ ພໍເດິກແລ້ວກັບທີ່ພັກ ມາພໍ້ເອົາດ່ານຕຳຫລວດຢູ່ໜ້າສະຖານທູດຈີນ ແຕ່ຕົນເອງບໍ່ໄດ້ຖືໜັງສືຜ່ານແດນໄປນຳ ແລະ ມີຢາສູບໄຟຟ້າຕິດໂຕ ຈົນກາຍເປັນເຫດໃຫ້ເຈົ້າໜ້າທີ່ໄທຮຽກເອົາເງິນດັ່ງກ່າວ.
ພາຍຫລັງໄດ້ມີການເປີດເຜີຍຄືແນວນັ້ນແລ້ວກໍຕາມ ແຕ່ທາງການຕຳຫລວດໄທບໍ່ໄດ້ອອກມາຍອມຮັບໂດຍກົງ ຫລື ປະຕິເສດວ່າບໍ່ມີການຮຽກແຕ່ຢ່າງໃດ ເຊິ່ງຫລັກຖານທາງກ້ອງບັນທຶກວີດີໂອກໍຖືກລຶບ ແລະ ກ້ອງວົງຈອນປິດຕ່າງໆ ກໍບໍ່ຊັດເຈນພໍທີ່ຈະສາມາດນຳມາເປັນຫລັກຖານໄດ້ ເຊິ່ງຫລາຍຄົນລຸ້ນວ່າຄະດີຈະພິກ ຫລື ບໍ່ພິກແນວໃດ ? ແຕ່ທາງດ້ານດາຣາສາວຊາວໄຕ້ຫວັນກໍຢືນຢັນວ່າໄດ້ຈ່າຍເງິນໃຫ້ຕຳຫລວດແທ້.
ຫລ້າສຸດ ວັນທີ 30 ມັງກອນ 2023 ຜ່ານມານີ້ ພົນຕຳຫລວດໂທ ທິຕິ ແສງສະຫວ່າງ ຜູ້ບັງຄັບບັນຊາການ ນະຄອນບານ ຖະແຫລງ ວ່າ: ໃຜເຮັດອັນໃດ ໜ້າທີ່ອັນໃດກໍຕາມ ໃຫ້ເປັນໄປຕາມຫລັກຖານພະຍານປາກົດ ຕອນນີ້ຍັງບໍ່ທັນລະບຸຊັດເຈນວ່າ ໃຜເຮັດໜ້າທີ່ອັນໃດ ແຕ່ 157 ຊັດເຈນແລ້ວ, 159 ແມ່ນຮິບໂຮມພະຍານຫລັກຖານ ຫາກພົບເຫັນຫລັກຖານແມ່ນຖືວ່າຈະມີການດຳເນີນຄະດີໃຫ້ເຖິງທີ່ສຸດ ບໍ່ມີການລະເວັ້ນໂດຍເດັດຂາດ.
ໃນຂະນະດຽວກັນ ກໍໄດ້ມີຄຳສັ່ງຍົກຍ້າຍ ພັນຕຳຫລວດເອກ ຍິ່ງຍົດ ສຸວັນໂນ ຜູ້ບັງຄັບບັນຊາການຕຳຫລວດ ສະຖານີ ຫ້ວຍຂວາງ ປະຕິບັດລາຊະການ ສູນປະຕິບັດການທີ່ນະຄອນບານ ໂດຍຂາດຈາກໜ້າທີ່ຕຳແໜ່ງເດີມ ແລ້ວປະຕິບັດຕາມນະຄອນບານບັງຄັບບັນຊາການ ເນື່ອງຈາກປະພຶດບົກພ່ອງຕໍ່ໜ້າທີ່ ແລະ ເພື່ອປ້ອງກັນບໍ່ໃຫ້ຫຍຸ້ງກ່ຽວກັບພະຍານຫລັກຖານ.
ທາງດ້ານ ຮອງຜູ້ບັງຄັບບັນຊາການນະຄອນບານໃຫ້ສຳພາດວ່າ ໄດ້ມີການຮຽກສອບສວນເຈົ້າໜ້າທີ່ຕຳຫລວດ 5 ນາຍຈາກທັງໝົດ 14 ນາຍ ທີ່ປະຕິບັດໜ້າທີ່ໃນຄືນເກີດເຫດ ທັງໝົດປະຕິເສດເລື່ອງຮັບເງິນ ສ່ວນລາຍລະອຽດຍັງບໍ່ສາມາດເປີດເຜີຍໄດ້ ແລະ ຫລ້າສຸດ ກໍໄດ້ມີການສັ່ງຍ້າຍຕຳຫລວດ ສະຖານີຫ້ວຍຂວາງຕື່ມ 7 ນາຍ.
ເລື່ອງນີ້ທັງສັງຄົມໄທ ແລະ ສັງຄົມຈາກຫລາຍປະເທດອ້ອມຂ້າງຕິດຕາມຢ່າງໃກ້ຊິດ ວ່າຜົນຈະສະຫລຸບອອກມາເປັນແນວໃດຕໍ່ ເພາະຄະດີພິກໄປພິກມາບໍ່ຫາຂໍ້ສະຫລຸບໄດ້ເທື່ອ. ຫາກມີຂໍ້ສະຫລຸບແນວໃດ ທີມງານຂ່າວໜັງສືພິມລາວພັດທະນາຈະລາຍງານໃຫ້ທ່ານໄດ້ຮັບຊາບ.
ຈາກບົດຮຽນປະເທດເພື່ອນບ້ານເຮົາໃນເລື່ອງນີ້ ເປັນອຸທາຫອນໃຫ້ຫລາຍຄົນ ເວລາຈະເຮັດສິ່ງໃດກໍຕາມ ໃຫ້ປະຕິບັດຕາມລະບຽບກົດໝາຍບ້ານເມືອງ ແລະ ໃຫ້ມີການບັນທຶກຫລັກຖານ ເປັນລາຍລັກອັກສອນ ຫລື ບັນທຶກສຽງໄວ້ ໃນກໍລະນີມີເຫດການເກີດຂຶ້ນ ເພື່ອນຳມາເປັນຫລັກຖານພະຍານໄດ້ ທັງນີ້ເພື່ອປ້ອງກັນ ສິດ ແລະ ຜົນປະໂຫຍດຂອງເຮົາເອງ.