ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ

ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ -                      01 30 - ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ
ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ - kitchen vibe - ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ

ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ -                      01 30 - ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ

ຣູດີ ກາເຊຍ ຜູ້ຈັດການທີມ ນາສເຊີ ຍອມຮັບວ່າ ຄຣິສຕຽນໂນ ໂຣນັລໂດ ນັກເຕະຊຸບເປີສະຕາ ຄົງຈະບໍ່ແຂວນສະຕາດໃນຊາອຸດິອາຣະເບຍ ແລະ ກຽມກັບໄປຫລິ້ນໃນຢູໂຣບອີກເທື່ອຫນຶ່ງໃນເວລາອັນໃກ້ນີ້.

ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ - Visit Laos Visit SALANA BOUTIQUE HOTEL - ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ
ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ - Visit Laos Visit SALANA BOUTIQUE HOTEL - ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ

ໂຣນັລໂດ ອາຍຸ 37 ປີ ລົງສະໜາມໃຫ້ ອັລ ນາສເຊີ ໄປ 2 ນັດ ແຕ່ຍັງເບີກປະຕູຍັງບໍ່ໄດ້ ໂດຍຫລ້າສຸດອາດມີແວວວ່າຈະບໍ່ຢູ່ດົນ ເມື່ອ ກາເຊຍ ໃຫ້ສຳພາດວ່າ ຄວາມຜິດພາດຂອງໂຣນັລໂດ ເຮັດໃຫ້ ອັລ ນາສເຊີ ເສຍໃຫ້ ອັລ ອິດຕິຮັດ 1-2 ຕົກຮອບຮອງ ຊາອຸດິ ຊຸບເປີດຄັບ ໂດຍຫລ້າສຸດ ມີຂ່າວວ່າ ໂຣນັລໂດ ອາດຈະບໍ່ຢູ່ໃນທີມລີກອາຣັບ ຄົບສັນຍາ 2 ປີເຄິ່ງ.

“ ລາວເປັນນັກເຕະທີ່ດີທີ່ສຸດໃນໂລກຄົນຫນຶ່ງ ລາວຄົງຈະບໍ່ເຊົາຫລິ້ນກັບ ອັລ ນາສເຊີ ແລະ ລາວຈະກັບໄປຫລິ້ນໃນ ຢູໂຣບ ” ກາເຊຍ ຍອມຮັບວ່າ ທາງສະໂມສອນອາດຈະມີການປ່ຽນແປງສັນຍາ ເພື່ອເປີດທາງໃຫ້ ໂຣນັລໂດ ໄດ້ກັບ ໄປຫລິ້ນໃນວົງການບານເຕະຢູໂຣບອີກຄັ້ງຫນຶ່ງໃນບັນປາຍອາຊີບ.

ກ່ອນໜ້ານີ້ ເຈມມີ ກັລລາເກີ ນັກວິເຄາະຂອງສະກາຍສະປອດ ໄດ້ກ່າວເຖິງໂຣນັລໂດວ່າ : “ ມັນເປັນຈຸດຈົບທີ່ໜ້າເສົ້າສຳລັບລາວ ສອງຜູ້ຫລິ້ນ ທີ່ດີທີ່ສຸດຢ່າງ ລີໂອເນລ ເມສຊີ ແລະ ໂຣນັລໂດ ຝັ່ງ ໂຣນັລໂດ ຕ້ອງຈົບດ້ວຍການໃຫ້ສຳພາດກັບ ພຽສ ມໍແກນ ສ່ວນ ເມສຊີ ຄວ້າແຊ໊ມບານໂລກ ”.

ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ - 4 - ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ
ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ - 5 - ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ
ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ - 3 - ອັລ ນາສເຊີ ກຽມປັບສັນຍາເປີດທາງໃຫ້ ໂຣນັລໂດ ກັບມາຫລິ້ນໃນຢູໂຣບ