IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ

IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ - 01srilankaHFO1 facebookJumbo - IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ
IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ - kitchen vibe - IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ

ຄະນະກໍາມະການບໍລິຫານຂອງກອງທຶນການເງິນສາກົນ (IMF) ອະນຸມັດແຜນສະໜັບສະໜູນບັງກະລາເດັດມູນຄ່າ 4.700 ລ້ານໂດລາສະຫະລັດ ຕາມອັດຕາແລກປ່ຽນປັດຈຸບັນ ສົ່ງຜົນໃຫ້ບັງກະລາເດັດເປັນປະເທດທໍາອິດທີ່ເຂົ້າເຖິງກອງທຶນການຟື້ນຟູ ແລະ ຄວາມຍືນຍົງ (RSF) ທີ່ຈັດຕັ້ງຂຶ້ນໃໝ່.

ວັນທີ 31 ມັງກອນ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ການອະນຸມັດຂອງຂໍ້ຕົກລົງພະນັກງານທີ່ບັນລຸໃນເດືອນພະຈິກຜ່ານມາ ຈະຊ່ວຍໃຫ້ສາມາດຈ່າຍເງິນປະມານ 476 ລ້ານໂດລາ ແກ່ບັງກະລາເດັດໄດ້ທັນທີ.

IMF ກ່າວວ່າ: ແຜນກູ້ຢືມໄລຍະເວລາ 42 ເດືອນ “ຈະຊ່ວຍຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ປົກປ້ອງກຸ່ມເບາະບາງ ລວມທັງສົ່ງເສີມການເຕີບໃຫຍ່ຢ່າງຄວບຄຸມ ແລະ ເປັນມິດຕໍ່ສິ່ງແວດລ້ອມ”.

ນອກຈາກນີ້, ກອງທຶນການເງິນຍັງກ່າວອີກວ່າ: ເງິນດັ່ງກ່າວຈະລວມທັງການປະຕິຮູບທີ່ເນັ້ນການສ້າງພື້ນທີ່ທາງການເງິນ ເພື່ອໃຫ້ມີການໃຊ້ຈ່າຍດ້ານສັງຄົມ ແລະ ການພັດທະນາເພີ່ມຂຶ້ນ, ສົ່ງເສີມພາກສ່ວນການເງິນຂອງບັງກະລາເດັດ, ສົ່ງເສີມການປະຕິຮູບດ້ານການເງິນ ແລະ ການເບິ່ງແຍງ ຕະຫລອດຈົນສ້າງການຫົດຢືດດ້ານສະພາບອາກາດ.

IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ - 5 - IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ
IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ - 4 - IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ
IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ - 3 - IMF ອະນຸມັດເງິນກູ້ 4.700 ລ້ານໂດລາ ຊ່ວຍບັງກະລາເດັດ