ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ

 ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ - IMG 6951 -  ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ
 ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ - kitchen vibe -  ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ

ອົງການກຳມະບານລາວ ແມ່ນອົງການຈັດຕັ້ງມະຫາຊົນ ໂດຍພັກປະຊາຊົນປະຕິວັດລາວ ອະນຸມັດສ້າງຕັ້ງຂຶ້ນເພື່ອເປັນຂົວຕໍ່ລະຫວ່າງພັກກັບມະຫາຊົນໂດຍກົງ. ການສ້າງຕັ້ງອົງການກຳມະບານລາວໃນວັນທີ 1 ກຸມພາ 1956 ເພື່ອເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບົນພື້ນຖານພັນທະພາບກຳມະກອນ, ຊາວກະສິກອນ ແລະ ນັກຮຽນຮູ້ປັນຍາຊົນປະຕິວັດ, ເປັນການໂຄສະນາຂົນຂວາຍ, ສຶກສາອົບຮົມກຳມະກອນ-ຊາວຜູ້ອອກແຮງງານບັນດາເຜົ່າເສີມຂະຫຍາຍປະຊາທິປະໄຕ, ຕື່ນຕົວຊົນຊັ້ນ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນປົກປ້ອງສິດຜົນປະໂຫຍດ ອັນຊອບທຳໃຫ້ແກ່ກຳມະກອນ-ຊາວຜູ້ອອກແຮງງານລາວບັນດາເຜົ່າ, ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.

ນັບແຕ່ທ້າຍສະຕະວັດທີ 19, ພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານຢຶດຄອງເອົາຫວຽດນາມ, ກຳປູເຈຍ ແລະ ລາວເປັນຫົວເມືອງຂຶ້ນ ທັງສ້າງຕັ້ງເປັນສະຫະພັນອິນດູຈີນຝຣັ່ງ. ສຳລັບປະເທດລາວ, ພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຢຶດຄອງແຕ່ປີ 1893 ເປັນຕົ້ນມາ ໂດຍໄດ້ກອບໂກຍເອົາຊັບສົມບັດອັນລ້ຳຄ່າຂອງປະເທດເຮົາໄປສ້າງຮັ່ງຄູນມີໃຫ້ແກ່ປະເທດຂອງພວກເຂົາ. ເລີ່ມຕົ້ນພວກເຂົາໄດ້ເກັບເກນເອົາຊາວໄຮ່ນາໄປເປັນກູລີເຮັດທາງ, ກໍ່ສ້າງຕ່າງໆ, ຂຸດຄົ້ນແຮ່ກົ່ວຢູ່ບໍ່ກົ່ວໂພນຕີ້ວ ແລະ ບໍ່ແໜ່ງຢູ່ແຂວງຄຳມ່ວນ; ຈາກນັ້ນເກີດມີກຳມະກອນລະດູການໂດຍການນຳໃຊ້ແຮງງານນັບມື້ນັບຫລາຍຂຶ້ນ, ກຳມະກອນລະດູການໄດ້ກາຍເປັນກຳມະກອນອາຊີບ ເພື່ອຮັບໃຊ້ການປົກຄອງຂອງພວກຝຣັ່ງພວກເຂົາໄດ້ສ້າງທາງ, ໂຮງເລື່ອຍໄມ້, ໂຮງສີເຂົ້າ, ໂຮງຈັກໄຟຟ້າຈຳນວນໜຶ່ງຢູ່ບາງແຫ່ງ, ຈາກນັ້ນກຳມະກອນລາວໄດ້ຄ່ອຍໆເພີ່ມຂຶ້ນ. ນັບແຕ່ກຳມະກອນລາວໄດ້ກຳເນີດເກີດຂຶ້ນມາໄດ້ຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງ, ພວກເຂົາບັງຄັບອອກແຮງງານ 14-15 ຊົ່ວໂມງຕໍ່ມື້, ອອກແຮງງານຫລາຍໃຫ້ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ໄລ່ອອກການໂດຍບໍ່ມີເງື່ອນໄຂພຽງພໍ, ຖືກທຸບຕີທໍລະມານຢ່າງແສນສາຫັດຈາກພວກນາຍທຶນ, ສ່ຽງອັນຕະລາຍໃນການອອກແຮງງານ. ໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ຊີວິດການເປັນຢູ່ຂອງກຳມະກອນ ແລະ ປະຊາຊົນລາວບັນດາເຜົ່າບໍ່ໄດ້ຮັບຄວາມເປັນທຳ, ຂາດສິດເສລີພາບອຶດຢາກຍາກແຄ້ນ.ຍຊົນຊັ້ນກຳມະກອນບໍ່ໄດ້ຮັບການດູແລສະຫວັດດີການສັງຄົມ, ບໍ່ໄດ້ຮັບການສຶກສາຮ່ຳຮຽນ, ຂາດສິດສະເໝີພາບດ້ານກົດໝາຍ ແລະ ອື່ນໆ; ໂທດກຳອັນໂຫດຮ້າຍປ່າເຖື່ອນຂອງລັດທິລ່າເມືອງຂຶ້ນທີ່ໄດ້ກະທຳຕໍ່ຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງານລາວບັນດາເຜົ່າໄດ້ສ້າງຄວາມເຈັບແສບທີ່ສຸດສຳລັບຄົນລາວທຸກຄົນ.

ຕໍ່ໜ້າສະພາບການດັ່ງກ່າວ, ກຳມະກອນຊາວຜູ້ອອກແຮງງານລາວພ້ອມກັບປະຊາຊົນລາວບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານ ໂດຍເລີ່ມຈາກການຕໍ່ສູ້ທີ່ມີລັກສະນະເກີດເອງກາຍເປັນຂະບວນການຕໍ່ສູ້ ອັນກວ້າງຂວາງນຳພາໂດຍບັນພະບຸລຸດຜູ້ຮັກຊາດແຕ່ເໜືອຮອດໃຕ້ ຕ້ານພວກລ່າເມືອງຂຶ້ນຕະຫລອດມາ, ແຕ່ຂະບວນການຕໍ່ສູ້ໄລຍະນັ້ນບໍ່ທັນມີການນຳພາຂອງພັກຈຶ່ງບໍ່ໄດ້ຮັບໄຊຊະນະ ແລະ ຖືກພວກຝຣັ່ງປາບປາມ. ມາເຖິງປີ 1930, ພັກກອມມູນິດອິນດູຈີນ ໂດຍແມ່ນປະທານ ໂຮ່ຈີມິງ ເປັນຜູ້ກໍ່ຕັ້ງ ແລະ ນຳພາ. ພັກກອມມູນິດອິນດູຈີນ ໄດ້ວາງແນວທາງອັນຖືກຕ້ອງນຳພາຂະບວນການຕໍ່ສູ້ປົດປ່ອຍຊາດຢູ່ອິນດູຈີນຕ້ານ ລ່າເມືອງຂຶ້ນຝຣັ່ງ. ຈາກນັ້ນ, ຂະບວນການຕໍ່ສູ້ຂອງປະຊາຊົນ 3 ຊາດອິນດູຈີນ ກໍຄືຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານແຕ່ລະປະເທດ ໄດ້ມີບາດລ້ຽວໃໝ່, ມີຄຸນນະພາບກວ່າເກົ່າ.

 

 ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ - 5 -  ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ
 ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ - 4 -  ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ
 ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ - 3 -  ການ​ກຳ​ເນີ​ດຂອງ​ອົງການ​ກຳມະບານ​ລາວ