ສ້າງຮ່າງດຳລັດວ່າດ້ວຍ “ກອງທຶນນໍ້າມັນເຊື້ອໄຟ” ໃຫ້ມີຄວາມສອດຄ່ອງ, ຮັດກຸມ ແລະ ຖືກຕ້ອງ ຕາມລະບຽບການ
February 1, 2023 - 10:16 AM

ວັນທີ 31 ມັງກອນ 2023 ຜ່ານມານີ້ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມເປີດກວ້າງ ຄັ້ງທີ 2 ເພື່ອປະກອບຄຳເຫັນຕໍ່ ຮ່າງດໍາລັດ ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ ເປັນປະທານໂດຍທ່ານ ບຸນເຖິງ ດວງພະຈັນ ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານການຄ້າພາຍໃນ.
ເພື່ອສືບຕໍ່ຄົ້ນຄວ້າເນື້ອໃນ ເພື່ອປະກອບຄຳເຫັນໃສ່ ຮ່າງດຳລັດ ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ ໃຫ້ມີຄວາມສອດຄ່ອງ, ຮັດກຸມ ແລະ ຖືກຕ້ອງຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ ຊຶ່ງໄດ້ດຳເນີນໄປຕາມແຜນການ, ລະບຽບການ ແລະ ກົດໝາຍ ວ່າດ້ວຍການສ້າງນິຕິກຳ ແລະ ມາຮອດປັດຈຸບັນນີ້ ກອງເລຂາກໍຄືຄະນະຮັບຜິດຊອບ ໄດ້ດຳເນີນການຄົ້ນຄວ້າສ້າງ ຮ່າງດຳລັດ ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ “ສຳເລັດໂດຍພື້ນຖານ” ຕາມການປະກອບຄຳເຫັນຈາກບັນດາທ່ານຄະນະຮັບຜິດຊອບ ກໍຄືຜູ້ຕາງໜ້າຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ.