ປີ 2022 ແຂວງສາລະວັນ ແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງໄດ້ຫລາຍກວ່າ 1.800 ຄັນ

ແຫລ່ງຂ່າວແຂວງສາລະວັນ ໃຫ້ຮູ້ວ່າ: ທ່ານ ນາງ ຫວັດສະດີ ສີປະເສີດ ຮອງຫົວໜ້າພະແນກການເງິນແຂວງສາລະວັນໄດ້ລາຍງານໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານການເງິນປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023 ເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະ 1 ປີຜ່ານມາການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2022 ໂດຍປະຕິບັດຕາມມະຕິກອງປະຊຸມສະພາປະຊາຊົນແຂວງສາລະວັນ ເລກທີ 222/ສພຂ.ສວ, ລົງວັນທີ 29 ທັນວາ 2021 ຮັບຮອງເອົາແຜນງົບປະມານແຫ່ງລັດປະຈໍາປີ 2022, ແຜນລາຍຮັບທັງໝົດ 157,63 ຕື້ກີບ, ແຜນລາຍຈ່າຍທັງໝົດ 369,28 ຕື້ກີບ, ແຜນດຸ່ນດ່ຽງທັງໝົດ 256,64 ຕື້ກີບ, ວຽກຄຸ້ມຄອງຈັດເກັບລາຍຮັບແມ່ນໄດ້ສຸມໃສ່ການຈັດເກັບລາຍຮັບສ່ວຍສາອາກອນຊຶ່ງເປັນແຫຼ່ງລາຍຮັບຕົ້ນຕໍ ແລະ ກວມອັດຕາສ່ວນລາຍຮັບທີ່ສູງກວ່າໝູ່ຂອງລາຍຮັບງົບປະມານແຂວງດ້ວຍວິທີການເກັບກໍາຂໍ້ມູນຫົວໜ່ວຍທຸລະກິດຄືນໃໝ່.
ຜ່ານການຈັດຕັ້ງປະຕິບັດສາມາດເກັບກໍາສະຖິຕິຫົວໜ່ວຍວິສາຫະກິດທົ່ວແຂວງທັງໝົດ: 3.156 ຫົວໜ່ວຍ, ເຂົ້າລະບົບ Taxris ແລ້ວທັງໝົດ 2.000 ຫົວໜ່ວຍ, ຍັງບໍ່ທັນເອົາເຂົ້າລະບົບ 214 ຫົວໜ່ວຍ. ໃນນັ້ນຂັ້ນແຂວງຄຸ້ມຄອງ 698 ຫົວໜ່ວຍພະແນກອຸດສາຫະກໍາແຈ້ງຢຸດເຊົາຊົ່ວຄາວຈໍານວນ 120 ຫົວໜ່ວຍ, ແຈ້ງຢຸດຖາວອນຈໍານວນ 7 ຫົວໜ່ວຍ, ຍັງຕົວຈິງ 571 ຫົວໜ່ວຍ, ຂັ້ນເມືອງຄຸ້ມຄອງ 2.458 ຫົວໜ່ວຍ, ຫົວໜ່ວຍ 400 ລ້ານກີບຂຶ້ນໄປຈໍານວນ 79 ຫົວໜ່ວຍ, ຫົວໜ່ວຍ 50-400 ລ້ານກີບ 1 ພັນກວ່າຫົວໜ່ວຍ, ຫົວໜ່ວຍ 50 ລ້ານກີບລົງມາ 690 ຫົວໜ່ວຍ, ກວດກາການແຈ້ງມອບຂອງຫົວໜ່ວຍທີ່ຍື່ນບົດສະຫລຸບປະຈໍາປີ ແລະ ອອກໃບຢັ້ງຢືນການມອບພັນທະອາກອນປະຈໍາປີ 2021 ໄດ້ຈໍານວນ 278 ຫົວໜ່ວຍ, ມີຫົວໜ່ວຍຂຶ້ນໃໝ່ຈໍານວນ 95 ຫົວໜ່ວຍ, ການເກັບລາຍຮັບພາສີທີ່ດິນສາມາດສ້າງບ້ານປອດໜີ້ໄດ້ 371 ບ້ານທຽບໃສ່ປີຜ່ານມາເພີ່ມຂຶ້ນ 32 ບ້ານ, ຍັງມີໜີ້ຄ້າງຈໍານວນ 164 ບ້ານເປັນເງິນພາສີທີ່ດິນ 138 ລ້ານກີບ, ໄດ້ກວດກາ ແລະ ປະຕິບັດການແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງມາຮອດປັດຈຸບັນປະຕິບັດແກ້ໄຂພາຫະນະທີ່ໄດ້ຂຶ້ນບັນຊີທັງໝົດ: 1.856 ຄັນ, ໃນນັ້ນລົດຈັກ 1.741 ຄັນ, ລົດໃຫຍ່ 115 ຄັນ, ແກ້ໄຂແລ້ວ: 882 ຄັນ, ລົດຈັກ 767 ຄັນ, ລົດໃຫຍ່ 115 ຄັນ, ຍັງຄ້າງ 974 ຄັນ, ລົດຈັກ 974 ຄັນ.