ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໄດ້ຮັບການປັບປຸງໃຫ້ເຂົ້າສູ່ລະບຽບຫລັກການເທື່ອລະກ້າວ
February 2, 2023 - 5:50 PM

ວັນທີ 2 ກຸມພາ 2023, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ ແລະ ເອກະສານຄໍາແນະນໍາໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ, ໂດຍການເປັນປະທານ ຂອງທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ.

ໂດຍປະຕິບັດຕາມມະຕິຂອງຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ໃນການຜັນຂະຫຍາຍຜົນກອງປະຊຸມວຽກງານການຕ່າງປະເທດຄັ້ງ 14 ແລະ ເພື່ອຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບກັນໃນທົ່ວປະເທດ ແນໃສ່ເຮັດໃຫ້ພະນັກງານກະຊວງການຕ່າງປະເທດມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບກົດໝາຍວ່າ ດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ເອກະສານຄໍາແນະນໍາເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ເຫັນຄວາມສຳຄັນກ່ຽວກັບວຽກງານ ຈັດຊື້-ຈັດຈ້າງ ແລະ ເອົາໃຈໃສ່ຊີ້ນຳໃນການຈັດຕັ້ງປະຕິບັດໂດຍໄດ້ແນະນໍາເຜີຍແຜ່ກົດໝາຍດັ່ງກ່າວໃຫ້ເຂົ້າໃຈທົ່ວເຖິງ, ໄດ້ອອກກົດໝາຍ ເລີ້ມແຕ່ປີ 2017 ເປັນຕົ້ນມາ, ມີຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດ ສະບັບ ເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019 ຈຳນວນ01ສະບັບ.
ຜ່ານການຈັດຕັ້ງປະຕິບັດບັນດາຄໍາແນະນໍາດັ່ງກ່າວເຫັນວ່າ ໂດຍລວມແລ້ວ ວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໄດ້ຮັບການປັບປຸງໃຫ້ເຂົ້າສູ່ລະບຽບຫລັກການເທື່ອລະກ້າວ ແລະ ມີຜົນສໍາເລັດໂດຍພື້ນຖານ. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຍິ່ງຂຶ້ນ ຖືເປັນບາດກ້າວສໍາຄັນ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ເພື່ອໃຫ້ເຂົາໃຈກົດໝາຍດັ່ງກ່າວ ໃຫ້ເປັນອັນລະອຽດ ແລະ ຈະແຈ້ງໃນການຈັດຕັ້ງປະຕິບັດ ສະພາແຫ່ງຊາດຈຶ່ງໄດ້ອອກກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 02 ພະຈິກ 2017.