ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ

ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ - Untitled 1 - ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ
ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ - kitchen vibe - ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ

ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ - Untitled 1 - ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ

ຣາຟາເອລ ວາຣານ ກອງຫລັງຕົວເກ່ັງຂອງ ແມນເຊສເຕີ ຢູໄນເຕັດ ຍອດທີມແຫ່ງພຣີເມຍລີກ ອັງກິດ ຕັດສິນໃຈອຳລາທີມຊາດຝຣັ່ງແລ້ວ ດ້ວຍອາຍຸພຽງ 29 ປີເທົ່ານັ້ນ.

ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ
ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ

ວາຣານ ຕິດທີມຊາດຝຣັ່ງມາແລ້ວ 93 ຄັ້ງ ແລະ ເປັນກຳລັງສຳຄັນທີ່ຊ່ວຍໃຫ້ ຝຣັ່ງ ຄວ້າແຊ໊ມບານໂລກ 2018 ທີ່ປະເທດຣັສເຊຍ ມາຄອງໄດ້ສຳເລັດ ລວມທັງຍັງມີໂອກາດທີ່ຈະໄດ້ສວມປອກແຂນຫົວໜ້າທີມແທນ ອູໂກ ໂຢຣິສ ຜູ້ຮັກສາປະຕູ ທັອດແນມ ຮັອດສະເປີ ທີ່ຫາກໍປະກາດເຊົາຫລິ້ນທີມຊາດ ໄປເມື່ອເດືອນກ່ອນ.

ແຕ່ຫລ້າສຸດ ດາວເຕະຂອງແມນຢູ ພັດເຮັດໃຫ້ແຟນບານຊ໊ອກ ດ້ວຍການປະກາດຫັນຫລັງໃຫ້ກັບທີມຊາດ ເນື່ອງຈາກມີສະພາບຮ່າງກາຍ ແລະ ຈິດໃຈບໍ່ພ້ອມຈະແບກຮັບພາລະອັນຫນັກຫນ່ວງໃນການຮັບໃຊ້ຊາດ ແລະ ສະໂມສອນໄປພ້ອມໆກັນໄດ້ອີກຕໍ່ໄປ ແລະ ຍັງຕ້ອງການໃຊ້ເວລາຢູ່ກັບ ຄອບຄົວຫລາຍຂຶ້ນນຳອີກ.

ວາຣານ ເປີດໃຈຜ່ານຖະແຫລງການໃນສັງຄອມອອນລາຍວ່າ : “ ການໄດ້ຮັບໃຊ້ຊາດຍິ່ງໃຫຍ່ຂອງເຮົາມາດົນຫນຶ່ງທົດສະວັດຖືເປັນ ກຽດຢ່າງຍິ່ງສຳ ລັບຊີວິດຂອງຂ້ອຍ ຂ້ອຍພູມໃຈທຸກຄັ້ງທີ່ໄດ້ສວມເສື້ອແຂ່ງສີຟ້າຕົວນີ້ ຂ້ອຍມີໜ້າທີ່ທີ່ຕ້ອງທຸ່ມເທທຸກຢ່າງ ລົງຫລິ້ນດ້ວຍຫົວໃຈ ແລະ ພະຍາ ຍາມຄວ້າໄຊໃຫ້ໄດ້ທຸກຄັ້ງທີ່ເຮົາລົງສະໜາມ ”.

“  ຂ້ອຍຄິດເລື່ອງການອຳລາທີມຊາດມາແລ້ວຫລາຍເດືອນ ແລະ ຕັດສິນໃຈວ່າ ມັນເຖິງເວລາທີ່ເຫມາະສົມແລ້ວທີ່ຂ້ອຍຈະເຊົາຫລິ້ນໃຫ້ກັບທີມຊາດ ສະໄຫມຍັງນ້ອຍ ຂ້ອຍຕິດຕາມບານໂລກ ຟຣັອງ 98 ທີມຊຸດນັ້ນ ເຮັດໃຫ້ເຮົາໄດ້ຮັບຄວາມຮູ້ສຶກທີ່ບໍ່ສາມາດອະທິບາຍໄດ້ ”.

“ ຂ້ອຍຝັນທີ່ຈະເຮັດໃຫ້ໄດ້ຄືພະເອກຂອງເຮົາ ແລະ ໃນອີກ 20 ປີໃຫ້ ຫລັງຂ້ອຍກໍໄດ້ຮັບຫນຶ່ງໃນປະສົບການທີ່ດີທີ່ສຸດໃນຊີວິດ ເປັນປະສົບການທີ່ເຮັດ ໃຫ້ຂ້ອຍພູມໃຈຫລາຍໆ ເຮົານຳຂັນແຊ໊ມໂລກກັບມາຍັງບ້ານຂອງເຮົາ ຂ້ອຍຈະບໍ່ມີວັນລືມ ຂ້ອຍຍັງຈຳຄວາມຮູ້ສຶກໃນວັນນັ້ນໄດ້ເປັນຢ່າງດີ ໃນວັນທີ 15 ກຸມພາ ປີ 2018 ມັນຄືຫນຶ່ງໃນໄລຍະເວລາທີ່ຍິ່ງໃຫຍ່ ແລະ ໜ້າຈົດຈຳທີ່ສຸດໃນຊີວິດຂອງຂ້ອຍ ” ວາຣານ ກ່າວປິດທ້າຍ.

ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ - 3 - ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ
ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ - 4 - ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ
ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ - 5 - ທີມຊາດຝຣັ່ງ ຊ໊ອກ, ວາຣານ ປະກາດອຳລາທີມຊາດຢ່າງເປັນທາງການ